ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີປາກິດສະຖານ

2024-06-08 10:59:22 cri

ຕອນບ່າຍວັນທີ 7 ມິຖຸນານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານມູຮຳມັດ ຊາບັສ ຊາຣິຟ ນາຍົກລັດຖະມົນຕີປາກິດສະຖານ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມປະເທດຈີນຢ່າງເປັນທາງການ.

ທ່ານສີຈິ້ນຜິງກ່າວວ່າ: ຈີນ ແລະ ປາກິດສະຖານເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ແມ່ນ້ຳລຳເຊຕິດຈອດກັນ, ເປັນເພື່ອນມິດທີ່ຊື່ສັດ ແລະ ຍຸຕິທຳຕໍ່ກັນ, ຍິ່ງເປັນຄູ່ຮ່ວມທີ່ດີທີ່ຊ່ວຍຊູຍູ້ໜູນກັນ ແລະ ເປັນອ້າຍນ້ອງທີ່ທຸກສຸກຮ່ວມກັນ. ຝ່າຍຈີນຍິນດີຮ່ວມກັບຝ່າຍປາກິດສະຖານ ເດັດດ່ຽວສະໜັບສະໜູນເຊີ່ງກັນແລະກັນ, ຮັດແໜ້ນການຮ່ວມມືລະຫວ່າງສອງຝ່າຍ, ລົງເລິກການປະສານງານທາງຍຸດທະສາດ, ເລັ່ງລັດການສ້າງຄູ່ຮ່ວມຊາຕາກຳຈີນ-ປາກິດສະຖານທີ່ແໜ້ນແຟ້ນກວ່າເກົ່າໃນຍຸກໃໝ່, ປະກອບສ່ວນອັນໃຫຍ່ກວ່າເກົ່າເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານມູຮຳມັດ ຊາບັສ ຊາຣິຟ ກ່າວວ່າ: ທ່ານປະທານສີຈິ້ນຜິງສຸມໃສ່ຄວາມຜາສຸກຂອງມວນມະນຸດ, ຕັ້ງໜ້າຊຸກຍູ້ສັນຕິພາບຂອງໂລກ, ມີຈຸດຢືນໃຫ້ສົນທະນາກັນ ແຕ່ບໍ່ແມ່ນການເປັນປໍລະປັກກັນ; ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ທີ່ທ່ານປະທານສີຈິ້ນຜິງສະເໜີອອກມານັ້ນ ໄດ້ເປັນການຊີ້ທິດເຍືອງທາງດ້ານຍຸດທະສາດ ໃນການແກ້ໄຂບັນຫາຕ່າງໆທີ່ໂລກພວມປະເຊີນໃນປັດຈຸບັນ, ຊຸກຍູ້ການສ້າງໂລກທີ່ມີສັນຕິພາບຫຼາຍກວ່າເກົ່າ ແລະ ດີງາມກວ່າເກົ່າ, ຝ່າຍປາກິດສະຖານສະແດງຄວາມຊົມເຊີຍຢ່າງສູງ ທັງສຸມກຳລັງໃຫ້ການສະໜັບສະໜູນຕໍ່ຂໍ້ລິເລີ່ມດັ່ງກ່າວ.