ເລຂາທິການໃຫຍ່ອົງການສະຫະປະຊາຊາດຈັດເອົາກອງທັບອິດສະຣາແອນເຂົ້າໃນບັນຊີລາຍຊື່ຜູ້ກະທຳຄວາມຜິດທົ່ວໂລກທີ່ທຳຮ້າຍເດັກນ້ອຍ

2024-06-08 12:05:44 cri

ທ່ານກີລາດ ເອີດັນ ຜູ້ຕາງໜ້າຖາວອນອິດສະຣາແອນປະຈຳອົງການສະຫະປະຊາຊາດໄດ້ຖະແຫຼງໃນສື່ສັງຄົມອອນລາຍວ່າ: ທ່ານອັນໂຕນິໂອ ກູເຕີເຣດສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຈັດເອົາກອງທັບອິດສະຣາແອນເຂົ້າໃນບັນຊີລາຍຊື່ຜູ້ກະທຳຄວາມຜິດທົ່ວໂລກທີ່ທຳຮ້າຍເດັກນ້ອຍ. ທ່ານກີລາດ ເອີດັນກ່າວວ່າ: ຕົນຖືກແຈ້ງຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການໃນວັນທີ 7 ມິຖຸນານີ້. ບັນຊີລາຍຊື່ສະບັບນີ້ລວມຢູ່ໃນບົດລາຍງານສະບັບໜຶ່ງກ່ຽວກັບເດັກນ້ອຍກັບການປະທະກັນດ້ວຍກຳລັງອາວຸດ. ບົດລາຍງານສະບັບນີ້ຈະຖືກຍື່ນໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນວັນທີ 14 ມິຖຸນານີ້.


ຕາມຂ່າວແຈ້ງວ່າ: ບົດລາຍງານສະບັບນີ້ໄດ້ກວມເອົາບັນຫາຕ່າງໆ ເຊັ່ນ: ການເຂັ່ນຂ້າແລະທຳຮ້າຍເດັກນ້ອຍ, ການປະຕິເສດບໍ່ໃຫ້ການຊ່ວຍເຫຼືອເຂົ້າເຖິງ, ການໂຈມຕີໂຮງຮຽນແລະໂຮງໝໍ ແລະອື່ນໆ. ປັດຈຸບັນ, ຍັງບໍ່ຮູ້ວ່າ ກອງທັບອິດສະຣາແອນຖືກກ່າວຟ້ອງໃນຖານກະທຳຄວາມຜິດຂໍ້ໃດ. ທ່ານກີລາດ ເອີດັນກ່າວວ່າ: ຂໍ້ຕົກລົງດັ່ງກ່າວຂອງທ່ານອັນໂຕນີໂອ ກູເຕີເຣດເປັນຂໍໍ້ຕົກລົງທີ່ “ອັບອາຍຂາຍໜ້າ”.


ມີນັກວິເຄາະເຫັນວ່າ: ການກະທຳດັ່ງກ່າວອາດຈະ “ທຳລາຍຖານະການຕ່າງປະເທດສາກົນຂອງອິດສະຣາແອນຢ່າງໜັກໜ່ວງ ແລະ ຈະເຮັດໃຫ້ປະຊາຄົມໂລກຫ້າມບໍ່ໃຫ້ຂົນສົ່ງອາວຸດໃຫ້ອິດສະຣາແອນ.”