ທຳນຽບຂາວອາເມຣິກາກ່າວວ່າ ໄດ້ຈັດວາງທະຫານອາເມຣິກາປະມານ 8 ໝື່ນຄົນຢູ່ປະເທດສະມາຊິກນາໂຕ

2024-06-09 11:39:37 cri

ວັນທີ 7 ມິຖຸນານີ້, ທຳນຽບຂາວອາເມຣິກາໄດ້ເຜີຍແຜ່ບົດລາຍງານຫຍໍ້ຢູ່ເທິງເວັບໄຊຂອງຕົນວ່າ: ມີທະຫານອາເມຣິກາປະມານ 8 ໝື່ນຄົນຖືກສົ່ງໄປ ຫຼື ປະຈຳຢູ່ປະເທດສະມາຊິກນາໂຕ ເພື່ອຮັບປະກັນຄວາມໝັ້ນຄົງຂອງປະເທດພັນທະມິດອາເມຣິກາ. ປັດຈຸບັນ, ທຳນຽບຂາວອາເມຣິກາໄດ້ສົ່ງບົດລາຍງານດັ່ງກ່າວໃຫ້ປະທານສະພາສູງແລະສະພາຕ່ຳອາເມຣິກາແລ້ວ.


ບົດລາຍງານຫຍໍ້ຍັງລະບຸວ່າ: ຢູ່ໃນດິນແດນອາຣັບບີຊາອຸດິດມີເຈົ້າໜ້າທີ່ທະຫານອາເມຣິກາປະມານ 2.300 ຄົນ, ຢູ່ຊອກດານີມີປະມານ 3.800 ຄົນ, ຢູ່ສາທາລະນະລັດນີເຊມີປະມານ 700 ຄົນ, ຢູ່ລີບັງມີ 75 ຄົນ. ບົດລາຍງານສະບັບນີ້ບໍ່ໄດ້ອະທິບາຍຢ່າງລະອຽດວ່າ: ມີທະຫານອາເມຣິກາຈັກຄົນປະຈຳຢູ່ອີຣັກ ແລະ ຊີຣີ, ມີແຕ່ລະບຸວ່າ “ຢູ່ຈຸດສຳຄັນທີ່ມີຄວາມໝາຍທາງຍຸດທະສາດຂອງຊີຣີ ຍັງມີທະຫານອາເມຣິກາຈຳນວນໜ້ອຍຢູ່ປະຈຳການ.”