ເຢຍລະມັນຄັດຄ້ານການປິດກັ້ນຕະຫຼາດລົດຍົນເອີຣົບເພື່ອຕ້ານກັບການແຂ່ງຂັນຂອງຕ່າງປະເທດ

2024-06-09 11:35:28 cri

ວັນທີ 8 ມິຖຸນານີ້, ທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນໄດ້ກ່າວຄຳປາໄສ ໂດຍຄັດຄ້ານການປິດກັ້ນຕະຫຼາດລົດຍົນເອີຣົບເພື່ອຕ້ານກັບການແຂ່ງຂັນຂອງຕ່າງປະເທດ.


ອີງຕາມການລາຍງານຂ່າວຂອງໜັງສືພິມ Frankfurter Allgemeine Zeitung ໃຫ້ຮູ້ວ່າ: ໃນເວລາເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດລົດຍົນ OPEL ຄົບຮອບ 125 ປີ, ທ່ານໂອລັຟ ໂຊນກ່າວວ່າ: “ພວກເຮົາຈະບໍ່ປິດຕະຫຼາດຂອງພວກເຮົາຕໍ່ບໍລິສັດຕ່າງປະເທດ ເພາະວ່າພວກເຮົາກໍບໍ່ຫວັງວ່າ: ຕະຫຼາດຕ່າງປະເທດກໍຈະປິດຕະຫຼາດຕໍ່ບໍລິສັດພວກເຮົາເຊັ່ນກັນ.”


ຄະນະກຳມາທິການສະຫະພາບເອີຣົບໄດ້ເລີ່ມດຳເນີນການສຳຫຼວດຕ້ານການອຸດໜູນລາຄາຕໍ່ລົດໃຊ້ພະລັງງານໄຟຟ້າຂອງຈີນແຕ່ເດືອນຕຸລາປີກາຍເປັນຕົ້ນມາ. ຂ່າວລາຍງານວ່າ: ຄະນະກຳມາທິການສະຫະພາບເອີຣົບອາດຈະຮຽນແບບອາເມຣິກາປະຕິບັດລັດທິປົກປ້ອງການຄ້າຢ່າງຊະຊາຍ ເພື່ອຂຶ້ນອັດຕາພາສີຕໍ່ລົດໃຊ້ພະລັງງານໄຟຟ້າຂອງຈີນ. ຫຼາຍມື້ຜ່ານມາ, ລັດຖະມົນຕີກະຊວງຄົມມະນາຄົມ, ລັດຖະມົນຕີກະຊວງເສດຖະກິດ ແລະ ລັດຖະມົນຕີກະຊວງການເງິນເຢຍລະມັນຕ່າງກໍກ່າວວ່າ: ການຂຶ້ນອັດຕາພາສີຕໍ່ລົດໃຊ້ພະລັງງານໄຟຟ້າຂອງຈີນ ຈະບໍ່ສາມາດປົກປ້ອງການພັດທະນາຂອງອຸດສາຫະກຳທີ່ກ່ຽວຂ້ອງຂອງເອີຣົບ, ມີແຕ່ຈະທຳລາຍວິສາຫະກິດເຢຍລະມັນ, ທຳລາຍເສດຖະກິດເຢຍລະມັນ ແລະ ທຳລາຍສະພາບແວດລ້ອມການຄ້າສາກົນ ທີ່ດຳເນີນການແຂ່ງຂັນແບບຍຸຕິທຳ.