ຈີນສຳເລັດການຜະລິດຂະບວນລົດໄຟຄວາມໄວສູງ D-ເຊຍຣີ ຂະໜາດລາງໜຶ່ງແມັດລຸ້ນໃໝ່ ETS3 ຂອງມາເລເຊຍ

2024-06-09 11:09:32 CRI


ຂະບວນລົດໄຟຄວາມໄວສູງ D-ເຊຍຣີ ຂະໜາດລາງໜຶ່ງແມັດລຸ້ນໃໝ່ ETS3 ຂອງມາເລເຊຍທີ່ຜະລິດໂດຍບໍລິສັດຈົ່ງເຊີ່ຈີນ (CRRC) ໄດ້ສຳເລັດການຜະລິດແລ້ວຢູ່ນະຄອນຈູ່ໂຈ່ວແຂວງຫູນານຈີນເມື່ອຕອນຄ່ຳວັນທີ 7 ມິຖຸນານີ້. ນີ້ເປັນຂະບວນລົດໄຟຄວາມໄວສູງ D-ເຊຍຣີ ຂະໜາດລາງໜຶ່ງແມັດລຸ້ນໃໝ່ລຸ້ນທີ 3 ທີ່ວິສາຫະກິດຈີນອອກແບບຕາມຄວາມຕ້ອງການຂອງມາເລເຊຍ ເຊິ່ງຖັດຈາກ ETS ແລະ ETS2, ຈະນຳໃຊ້ຕາມເສັ້ນທາງລົດໄຟລຽບຕາມແຄມຝັ່ງທະເລຕາເວັນຕົກຂອງມາເລເຊຍ ເຊິ່ງມີໄລຍະທາງປະມານ 950 ກິໂລແມັດ.



ຂະບວນລົດໄຟດັ່ງກ່າວມີ 6 ຕູ້ 312 ບ່ອນນັ່ງ, ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ. ໃນຂະບວນລົດໄຟດັ່ງກ່າວໄດ້ປະກອບລະບົບຊ່ວຍຂັບຂີ່ແບບອັດສະລິຍະເປັນຄັ້ງທຳອິດ, ຍັງໄດ້ນຳໃຊ້ເຕັກນິກການບູລະນະຮັກສາແບບອັດສະລິຍະ. ໃນດ້ານສິ່ງອຳນວຍຄວາມສະດວກສະບາຍນັ້ນ, ຢູ່ໃນຕູ້ທຸລະກິດໄດ້ປະກອບຫ້ອງເກັບມ້ຽນເຄື່ອງເດີນທາງແບບປິດເປັນຄັ້ງທຳອິດ, ທັງໄດ້ຕິດຕັ້ງລະບົບວີດີໂອ, ລະບົບ wifi, ສາມາດສັ່ງອາຫານ, ສາມາດຊຳລະເງິນທາງອອນລາຍ ແລະ ໃຊ້ການບໍລິການອື່ນໆໄດ້ຢ່າງສະດວກສະບາຍ.