CMG ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຊັນປີເຕີເບີກຄັ້ງທີ 27

2024-06-10 11:52:22 cri

ປີນີ້ແມ່ນຈີນແລະຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຊັນປີເຕີເບີກຄັ້ງທີ 27 ລະຫວ່າງວັນທີ 5 ຫາ 8 ມິຖຸນານີ້ ໃນຖານະເປັນຄູ່ຮວ່ມມືດ້ານສື່ມວນຊົນ. CMG ໄດ້ຈັດວາງເຂດວາງສະແດງສະເພາະຂອງຕົນທີ່ກວ້າງ 85 ຕາແມັດຢູ່ເຂດໃຈກາງຂອງສະຖານທີ່ຈັດກອງປະຊຸມຫຼັກ ເຊິ່ງເປັນເນືິ້ອທີ່ກວ້າງທີ່ສຸດເມື່ອທຽບໃສ່ທຸກຄັ້ງທີ່ຜ່ານມາ ໂດຍຈະວາງສະແດງເນື້ອໃນດີເດັ່ນ ແລະ ຜະລິດຕະພັນທາງວັດທະນະທຳທີ່ສ້າງສັນຂອງ CMG ເພື່ອສ້າງຄວາມໜ້າປະທັບໃຈຕໍ່ຜະລິດຕະພັນຂອງ CMG ໃນກອງປະຊຸມເວທີເປິກສາຫາລືຄັ້ງນີ້.


ໃນໄລຍະທີ່ເຂົ້າຮ່ວມການວາງສະແດງໃນຄັ້ງນີ້, CMG ໄດ້ຊຸກຍູ້ການແລກປ່ຽນແລະຮ່ວມມືລະຫວ່າງສື່ມວນຊົນຈີນ-ຣັດເຊຍ ດ້ວຍກົນໄກກອງປະຊຸມເວທີເປິກສາຫາລື; ໄດ້ເປິກສາຫາລືກັບຮອງຜູ້ອຳນວຍການໃຫຍ່ບໍລິສັດສື່ມວນຊົນແກັສທຳມະຊາດຣັດເຊຍ ທີ່ເປັນກຸ່ມບໍລິສັດສື່ມວນຊົນທີ່ໃຫຍ່ທີ່ສຸດຂອງຣັດເຊຍ ເພື່ອລົງເລິກກົນໄກການຮ່ວມມື, ຖ່າຍທຳລາຍການຮ່ວມກັນ ໂດຍປິ່ນອ້ອມຫົວຂໍ້ຈີນແລະຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄອບຮອບ 75 ປີ ແລະ ຮ່ວມກັນເປັນເຈົ້າພາບຈັດເວທີເປິກສາຫາລືຍ່ອຍດ້ານສື່ມວນຊົນ ພາຍໃຕ້ຂອບກອງປະຊຸມເວທີເປິກສາຫາລືເສດຖະກິດພາກຕາເວັນອອກປີ 2024.