ປະທານາທິບໍດີຝຣັ່ງປະກາດຍຸບສະພາຕ່ຳ

2024-06-10 10:47:19 cri

ຕອນຄ່ຳວັນທີ 9 ມິຖຸນານີ້, ພາຍຫຼັງການເລືອກຕັ້ງສະພາເອີຣົບສິ້ນສຸດລົງ, ທ່ານແອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ປະກາດຍຸບສະພາຕ່ຳຂອງຝຣັ່ງ ທັງປະກາດຈະຈັດການເລືອກຕັ້ງສະພາຄັ້ງໃໝ່ໃນວັນທີ 30 ມິຖຸນາ ແລະ ວັນທີ 7 ກໍລະກົດປີນີ້.

ການເລືອກຕັ້ງສະພາເອີຣົບທີ່ຈັດຂຶ້ນໃນທຸກໆ 5 ປີ ໄດ້ດຳເນີນຢູ່ລະຫວ່າງວັນທີ 6-9 ມິຖຸນານີ້, ປະເທດສະມາຊິກສະຫະພາບເອີຣົບສ່ວນຫຼາຍ ເຊິ່ງລວມທທັງຝຣັ່ງ ໄດ້ລົງຄະແນນສຽງໃນວັນທີ 9, ຜູ້ມີສິດເລືອກຕັ້ງຂອງຝຣັ່ງຈະລົງຄະແນນສຽງເພື່ອເລືອກຕັ້ງສະມາຊິກສະພາເອີຣົບທີ່ຕາງໜ້າຝຣັ່ງ 81 ທ່ານ. ອີງຕາມຜົນການເລືອກຕັ້ງຫຼ້າສຸດທີ່ສື່ມວນຊົນຫຼາຍແຫ່ງຂອງຝຣັ່ງປະກາດໃນຕອນຄ່ຳວັນທີ 9 ມິຖຸນານີ້ໃຫ້ຮູ້ວ່າ: ພັກພັນທະມິດແຫ່ງຊາດ ຫຼື RN ທີ່ເປັນພັກຂວາຈັດໄດ້ຮັບບັດເລືອກຕັ້ງ 31,7%, ເປັນອັນດັບທີໜຶ່ງໃນບັນດາພັກການເມືອງຂອງຝຣັ່ງ; ພັກຟື້ນຟູຄວາມຈະເລີນຮຸ່ງເຮືອງ(Renaissance) ທີ່ເປັນພັກກຳອຳນາດຂອງຝຣັ່ງໄດ້ຮັບບັດເລືອກຕັ້ງ 14,9%, ເປັນອັນດັບທີສອງ.

ຕອນຄ່ຳວັນດັ່ງກ່າວ, ທ່ານແອມມານູແອນ ມາຄຣົງ ໄດ້ກ່າວຄຳປາໄສທາງໂທລະພາບວ່າ: ຜົນການເລືອກຕັ້ງສະພາເອີຣົບໃນຄັ້ງນີ້ “ບໍ່ເປັນຜົນດີສຳລັບພັກການເມືອງທີ່ປົກປ້ອງເອີຣົບ”.