ຮົງກົງຈັດກິດຈະກຳຊ່ວງເຮືອຢູ່ຫຼາຍແຫ່ງ ເພື່ອຮ່ວມກັນສະຫຼອງບຸນຕ່ວນອູ

2024-06-10 14:57:14 cri

ວັນທີ 10 ມິຖຸນານີ້ຖືກກັບບຸນຕ່ວນອູຂອງຈີນ, ຢູ່ຫຼາຍແຫ່ງຂອງຮົງກົງໄດ້ຈັດກິດຈະກຳຕ່າງໆ ເພື່ອສະຫຼອງບຸນຕ່ວນອູ. ໃນນັ້ນ, ການຊ່ວງເຮືອທີ່ຈັດຂຶ້ນຢູ່ຕາມແຄມທະເລ, ທ່າເຮືອ ແລະ ແມ່ນ້ຳແຫ່ງຕ່າງໆ ເປັນກິດຈະກຳທີ່ສຳຄັນຂອງບຸນຕ່ວນອູ. ການໄປເບິ່ງການຊ່ວງເຮືອກໍເປັນກິດຈະກຳທີ່ຊາວຮົງກົງພາດບໍ່ໄດ້.

ວັນທີ 10 ມິຖຸນານີ້, ການຊ່ວງເຮືອສາກົນສະແຕນລີໄດ້ຈັດຂຶ້ນຢູ່ຫາດຊາຍສະແຕນລີ ທີ່ຢູ່ສົ້ນໃຕ້ຂອງເກາະຮົງກົງ. ປີນີ້ມີຫຼາຍກວ່າ 150 ທີມເຮືອມັງກອນທີ່ມາຈາກຮົງກົງ ແລະ ຕ່າງປະເທດເຂົ້າຮ່ວມ, ລວມມີການແຂ່ງຂັນຮອບທຳອິດ, ການແຂ່ງຂັນຮອບທີສອງ ແລະ ການແຂ່ງຂັນຮອບຊີງຊະນະເລີດ ທັງໝົດ 54 ຄັ້ງ ເຊິ່ງເລີ່ມແຕ່ 8 ໂມງຈົນຮອດ 17 ໂມງ.