ໃນ 4 ເດືອນທຳອິດປີນີ້ ອຸດສາຫະກຳເບົາຂອງຈີນສືບຕໍ່ຟື້ນຟູດີຂຶ້ນ

2024-06-10 11:17:20 CRI


ສະຫະພັນອຸດສາຫະກຳເບົາຂອງຈີນໄດ້ເຜີຍແຜ່ຂໍ້ມູນສະຖິຕິຫຼ້າສຸດ ໂດຍໃຫ້ຮູ້ວ່າ: ໃນ 4 ເດືອນທຳອິດປີນີ້, ອຸດສາຫະກຳເບົາຂອງຈີນໄດ້ສືບຕໍ່ຮັກສາທ່ວງທ່າທີ່ຟື້ນຟູດີຂຶ້ນ ເຊິ່ງໄດ້ສະໜອງສິ່ງຄ້ຳປະກັນທີ່ສຳຄັນໃຫ້ແກ່ການພັດທະນາເສດຖະກິດອຸດສາຫະກຳຢ່າງໝັ້ນທ່ຽງ.


ໃນ 4 ເດືອນທຳອິດປີ 2024 ນີ້, ອຸດສາຫະກຳເບົາຂອງຈີນໄດ້ສ້າງລາຍຮັບຈາກການທຸລະກິດເຖິງເກືອບ 7,000 ຕື້ຢວນ, ເພີ່ມຂຶ້ນ 2.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ. ການຜະລິດຂອງອຸດສາຫະກຳເບົາສືບຕໍ່ຟື້ນຕົວຄືນ. ໃນ 4 ເດືອນທຳອິດປີນີ້, ມູນຄ່າເພີ່ມຂອງອຸດສາຫະກຳເບົາທີ່ສາມາດສ້າງລາຍຮັບຈາກການທຸລະກິດຕົ້ນຕໍ 20 ລ້ານຢວນຂຶ້ນໄປນັ້ນ ໄດ້ເພີ່ມຂຶ້ນ 5.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ. ໃນນັ້ນ, ຈັງຫວະການເຕີບໂຕຂອງມູນຄ່າເພີ່ມຂອງອຸດສາຫະກຳການຜະລິດ ເຊັ່ນ: ການຜະລິດເຈ້ຍ, ຜະລິດຕະພັນປລາສະຕິກ, ເຄື່ອງໃຊ້ໄຟຟ້າໃນເຮືອນ ແລະອື່ນໆສູງກວ່າ 10%.


ຕະຫຼາດເຄື່ອງບໍລິໂພກຂອງອຸດສາຫະກຳເບົາໄດ້ເຕີບໂຕຢ່າງໝັ້ນທ່ຽງ. ໃນ 4 ເດືອນທຳອິດປີນີ້, ມູນຄ່າຂາຍຍ່ອຍສິນຄ້າ 11 ປະເພດຂອງອຸດສາຫະກຳເບົາໄດ້ບັນລຸ 2,400 ກວ່າຕື້ຢວນ, ເພີ່ມຂຶ້ນ 5.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.