ຕຳຫຼວດມຽນມາຢຶດຢາໄອ 40 ກິໂລຢູ່ຢາງກຸ້ງ

2024-06-11 12:04:07 CRI


     ຕາມວິທະຍຸໂທລະພາບມຽນມາລາຍງານໃນວັນທີ 10 ມິຖຸນານີ້ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຕຳຫຼວດມຽນມາໄດ້ຢຶດຢາໄອ 40 ກິໂລຢູ່ນະຄອນຢາງກຸ້ງ.


     ຂ່າວແຈ້ງໃຫ້ຮູ້ວ່າ: ຕຳຫຼວດປາບປາມຢາເສບຕິດມຽນມາໄດ້ຮັບຂ່າວລັບຈາກນັກສືບແລ້ວ, ໄດ້ຢຶດຢາເສບຕິດເຫຼົ່ານີ້ຢູ່ອາຄານຫຼັງໜຶ່ງໃນນະຄອນຢາງກຸ້ງເມື່ອວັນທີ 8 ມິຖຸນານີ້ ແລະໄດ້ຈັບຕົວຜູ້ຕ້ອງຫາຄົນໜຶ່ງ. ພາກສ່ວນທີ່ກ່ຽວຂ້ອງໄດ້ກ່າວຟ້ອງຜູ້ຕ້ອງຫາຕາມກົດໝາຍ ແລະເລີ່ມດຳເນີນການສືບສວນຕື່ມອີກຕໍ່ຄະດີດັ່ງກ່າວ.