ທ່ານ ຫຼີສຽງ ຈະຢ້ຽມຢາມນູແວນເຊລັງ ອົດສະຕຣາລີ ແລະ ມາເລເຊຍ

2024-06-11 17:04:04 cri

      ທ່ານ ລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນວັນທີ 11 ມິຖຸນານີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຄຣິສໂຕເຟີ ລຸກຊອນ ນາຍົກລັດຖະມົນຕີນູແວນເຊລັງ, ທ່ານ ອັນໂຕນີ ອາບານິສ ນາຍົກລັດຖະມົນຕີອົດສະຕຣາລີ ແລະ ທ່ານ ອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນຈະຢ້ຽມຢາມ ນູແວນເຊລັງ ອົດສະຕຣາລີ ແລະ ມາເລເຊຍ ຢ່າງເປັນທາງການລະຫວ່າງວັນທີ 13 ຫາ 20 ມິຖຸນານີ້. ໃນໄລຍະຢ້ຽມຢາມອົດສະຕຣາລີ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນຈະຮ່ວມກັບ ທ່ານ ອັນໂຕນີ ອາບານິສ ນາຍົກລັດຖະມົນຕີອົດສະຕຣາລີ ຈັດການພົບປະປະຈຳປີລະຫວ່າງນາຍົກຈີນແລະອົດສະຕຣາລີຮອບທີ 9.