ໃນໄລຍະວັນພັກບຸນຕ່ວນອູ ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວພາຍໃນປະເທດຈີນມີເຖິງ 110 ລ້ານເທື່ອຄົນ

2024-06-11 16:41:55 cri

      ກະຊວງວັດທະນະທຳແລະທ່ອງທ່ຽວຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 10 ມິຖຸນານີ້ວ່າ: ໃນໄລຍະວັນພັກບຸນຕ່ວນອູປີ 2024, ຕະຫຼາດການທ່ອງທ່ຽວແລະວັດທະນະທຳຢູ່ທົ່ວປະເທດຈີນໄດ້ມີຄວາມເປັນລະບຽບຮຽບຮ້ອຍຢ່າງໝັ້ນທ່ຽງໂດຍລວມ. ອີງຕາມຕົວເລກຈາກສູນຂໍ້ມູນຂອງກະຊວງວັດທະນະທຳແລະທ່ອງທ່ຽວຈີນສະແດງໃຫ້ເຫັນວ່າ: ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວພາຍໃນປະເທດຈີນລວມທັງໝົດມີເຖິງ 110 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ລາຍຈ່າຍດ້ານການທ່ອງທ່ຽວພາຍໃນປະເທດຂອງນັກທ່ອງທ່ຽວທັງຫຼາຍລວມທັງໝົດມີເຖິງ  40.35 ຕື້ຢວນ,ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.