ຈຳນວນຜູ້ໂດຍສານຂ້າມຊາຍແດນທີ່ເດີນທາງຜ່ານທາງລົດໄຟຈີນ-ລາວໃນໄລຍະພັກບຸນຕ່ວນອູເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-06-11 15:46:18 cri


ວັນທີ 10 ມິຖຸນານີ້, ສະຖານີກວດກາຄົນເຂົ້າອອກເມືອງຂອງດ່ານບໍ່ຫານແຂວງຢຸນນານຈີນແຈ້ງຂ່າວໃຫ້ຮູ້ວ່າ: ໃນໄລຍະພັກບຸນຕ່ວນອູປີນີ້ ຄືລະຫວ່າງວັນທີ 8 ຫາ 10 ມິຖຸນານີ້, ລົດໄຟໂດຍສານສາກົນຂອງທາງລົດໄຟ ຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານເຂົ້າອອກເມືອງທັງໝົດ 1.628 ເທື່ອຄົນ, ເພີ່ມຂຶ້ນ 28,29% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.