ສຳເລັດວຽກງານຄັດເລືອກນັກບິນອະວະກາດສຳຮອງງວດທີ 4 ຂອງຈີນ ເຂດຮົງກົງແລະເຂດມາກາວລ້ວນແຕ່ມີ 1 ຄົນໄດ້ຮັບການຄັດເລືອກ

2024-06-11 15:38:45 cri

 

ວັນທີ 11 ມິຖຸນານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນວ່າ: ວຽກງານຄັດເລືອກນັກບິນອະວະກາດສຳຮອງງວດທີ 4 ຂອງໂຄງການການບິນອະວະກາດບັນທຸກຄົນຂອງຈີນໄດ້ສິ້ນສຸດລົງໃນຫວ່າງບໍ່ດົນມານີ້, ລວມມີນັກບິນອະວະກາດສຳຮອງ 10 ຄົນໄດ້ຮັບການຄັດເລືອກ, ເຊິ່ງລວມທັງນັກບິນອະວະກາດ 8 ຄົນແລະຜູ້ຊ່ຽວຊານດ້ານການບັນທຸກ 2 ຄົນ (ເຂດຮົງກົງແລະມາກາວລ້ວນແຕ່ມີຜູ້ຊ່ຽວຊານການບັນທຸກເຂດລະ 1 ຄົນໄດ້ຮັບການຄັດເລືອກ). ຫຼັງຈາກນັ້ນ, ເຂົາເຈົ້າຈະເຂົ້າສູ່ສູນເຝິກຊ້ອມການຄົ້ນຄວ້າວິທະຍາສາດສຳລັບນັກບິນອະວະກາດຈີນເພື່ອຮັບການເຝິກຊ້ອມຢ່າງຮອບດ້ານແລະເປັນລະບົບ.