ທ່ານຫວາງຢີ້ເຂົ້າຮ່ວມການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຂອງປະເທດບຣິກສ

2024-06-11 15:37:47 cri

 

ວັນທີ 10 ມິຖຸນານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຂອງປະເທດບຣິກສຢູ່ນະຄອນນິສນີນົບໂກຣົດຂອງຣັດເຊຍ.

 

ທ່ານຫວາງຢີ້ກ່າວວ່າ: ໃນປີທີ່ຜ່ານມາ, ການຮ່ວມມືລະຫວ່າງປະເທດບຣິກສມີຈຸດເດັ່ນ, ມີຄວາມໄວ, ມີກຳລັງແຮງ. ອິດທິພົນຂອງປະເທດບຣິກສໄດ້ຮັກການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ກຳລັງແຮງດຶງດູດໄດ້ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ. ມຸ່ງໜ້າສູ່ອະນາຄົດ, ພວກເຮົາຕ້ອງເສີມຂະຫຍາຍຄວາມສຳຄັນດ້ານຍຸດທະສາດແລະຜົນສະທ້ອນທາງດ້ານການເມືອງຂອງ “ປະເທດບຣິກສໃຫຍ່”, ເຮັດໃຫ້ປະເທດບຣິກສໄດ້ຮັບການສ້າງສາເປັນກົນໄກການຮ່ວມມືຫຼາຍຝ່າຍແບບໃໝ່ບົນພື້ນຖານຂອງຕະຫຼາດຈະເລີນໃໝ່ແລະປະເທດທີ່ພວມພັດທະນາ, ອວ່າຍໜ້າໄປສູ່ທົ່ວໂລກ, ເປີດປະຕູແລະຄວາມໂອບເອື້ອອາລີ.

 

ການພົບປະເຈລະຈາໃນຄັ້ງນີ້ຍັງໄດ້ອອກ “ຖະແຫຼງການຮ່ວມການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຂອງປະເທດບຣິກສ.”