ຈີນເປີດກວ້າງປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງເຮັດໃຫ້ປະເທດຜະລິດໝາກໄມ້ຂອງທົ່ວໂລກໄດ້ຮັບຜົນປະໂຫຍດ

2024-06-11 16:32:22 CRI


ຈີນເປັນຕະຫຼາດໃຫຍ່ທີ່ສຸດໃນການບໍລິໂພກໝາກທຸລຽນຂອງທົ່ວໂລກ, ການປ່ຽນແປງຂອງສະພາບການໃນຕະຫຼາດໄດ້ສ້າງຜົນສະທ້ອນຢ່າງເລິກເຊິ່ງຕໍ່ຕ່ອງໂສ້ອຸດສາຫະກຳໝາກໄມ້ຂອງທົ່ວໂລກ. ໃນຊຸມປີຜ່ານມານີ້, ຄຽງຄູ່ກັບຊາວຈີນມີຄວາມຕ້ອງການບໍລິໂພກໝາກໄມ້ທີ່ມີຄຸນນະພາບສູງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຈີນກໍໄດ້ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ, ໝາກໄມ້ຕ່າງປະເທດຊະນິດຕ່າງໆ, ເຊັ່ນ: ໝາກທຸລຽນ, ໝາກເຊິຣີ, ໝາກກີວີ ແລະອື່ນໆກໍໄດ້ພາກັນປ້ອນເຂົ້າຕະຫຼາດຂອງຈີນ, ເຮັດໃຫ້ຜູ້ບໍລິໂພກຂອງຈີນມີທາງເລືອກຢ່າງອຸດົມສົມບູນຂຶ້ນ, ພ້ອມທັງໄດ້ສ້າງໂອກາດດ້ານຕະຫຼາດອັນໃຫຍ່ຫຼວງຕໍ່ປະເທດທີ່ກຳລັງຜະລິດໝາກໄມ້ຂອງໂລກ.


ໝາກທຸລຽນຕ່າງປະເທດສົ່ງເຂົ້າມາຕະຫຼາດຈີນຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນລາຄາຖືກລົງຫຼາຍໃນໄລຍະລະດູການຂອງໝາກທຸລຽນ, ໄດ້ເຮັດໃຫ້ຜູ້ບໍລິໂພກຊາວຈີນຈຳນວນຫຼວງຫຼາຍສາມາດຊື້ໝາກທຸລຽນມາກິນໄດ້ຕາມໃຈມັກ. ຢູ່ເບື້ອງຫຼັງຂອງປາກົດການດັ່ງກ່າວ, ແມ່ນຄຸນປະໂຫຍດສັງລວມຈາກປັດໄຈຕ່າງໆ, ເຊັ່ນ: ຫຼຸດຜ່ອນເງື່ອນໄຂການອະນຸຍາດໃຫ້ເຂົ້າຕະຫຼາດ, ການເພີ່ມ ຄວາມສະດວກໃນການຜ່ານດ່ານ, ປະເທດຕ່າງໆຢູ່ອາຊີຕາເວັນອອກສຽງໃຕ້ແຂ່ງຂັນກັນເຂົ້າສູ່ຕະຫຼາດຈີນ ແລະປັດໄຈອື່ນໆ. ປີ 2023, ຈີນໄດ້ນຳເຂົ້າໝາກທຸລຽນສົດ 1.426 ລ້ານໂຕນ, ໃນນັ້ນ ໄທ ແລະ ຫວຽດນາມໄດ້ກວມເອົາອັດຕາເປັນສ່ວນໃຫຍ່. ໝາກຖຸລຽນຂອງໄທໄດ້ກວມອັດຕາສ່ວນໃຫຍ່ມາເປັນເວລາດົນນານແລ້ວຢູ່ໃນຕະຫຼາດຈີນເນື່ອງຈາກຄຸນນະພາບສູງ ແລະ ມີຕ່ອງໂສ້ອຸດສາຫະກຳທີ່ສົມບູນ, ສ່ວນໝາກທຸລຽນຂອງຫວຽດນາມໄດ້ພັດທະນາຂຶ້ນຢ່າງວ່ອງໄວດ້ວຍທ່າແຮງດ້ານພູມສາດ ແລະ ຕົ້ນທຶນຍັງຕ່ຳໃນການຮັກສາຄວາມສົດ, ຈຶ່ງໄດ້ປ່ຽນແປງສະພາບການຜູກຂາດຂອງໝາກທຸລຽນໄທ.


ການເຕີບໂຕດ້ານການນຳເຂົ້າໝາກໄມ້ຂອງຈີນບໍ່ພຽງແຕ່ໄດ້ສະແດງອອກໃນເລື່ອງໝາກທຸລຽນເທົ່ານັ້ນ, ປີ 2023 ມູນຄ່າການນຳເຂົ້າມີເຖິງ 16.85 ຕື້ໂດລາ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2022, ປະລິມານນຳເຂົ້າມີເຖິງ 7.524 ລ້ານໂຕນ, ເພີ່ມຂຶ້ນ 3%. ທ່ວງທ່າການເຕີບໂຕດັ່ງກ່າວແມ່ນໄດ້ຮັບຜົນປະໂຫຍດຈາກນະໂຍບາຍຂອງຈີນທີ່ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ, ໝາກໄມ້ຫຼາຍຊະນິດທີ່ຖືກອະນຸຍາດໃຫ້ນຳເຂົ້ານັ້ນກໍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ອັດຕາພາສີກໍຫຼຸດຕ່ຳລົງໄປເທື່ອລະກ້າວ, ເຊິ່ງໄດ້ອຳນວຍໂອກາດດ້ານການຕະຫຼາດຫຼາຍກວ່າເກົ່າໃຫ້ແກ່ປະເທດທີ່ຜະລິດໝາກໄມ້ໃນທົ່ວໂລກ.


ຈີນ ກັບປະເທດສະມາຊິກອາຊຽນມີການຮ່ວມມືດ້ານການຄ້າຢ່າງແໜ້ນແຟ້ນ, ຄຽງຄູ່ກັບຄວາມຄືບໜ້າຂອງໂຄງການສຳຄັນຕ່າງໆ, ເຊັ່ນ: ຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກ, ເສັ້ນທາງລົດໄຟຈີນ-ລາວ ແລະອື່ນໆ, ພ້ອມດ້ວຍການປັບປຸງທີ່ດີຂຶ້ນຂອງຕ່ອງໂສ້ການຂົນສົ່ງແບບແຊ່ເຢັນ, ສາງສະສົມແຊ່ເຢັນ ແລະອື່ນໆໃນພາກພື້ນ,ໄດ້ຊຸກຍູ້ການພັດທະນາຂອງການຄ້າໝາກໄມ້ລະຫວ່າງຈີນກັບອາຊຽນຕື່ມອີກ. ນອກນີ້,  ປະເທດຊີເລທີ່ຫ່າງໄກກັບຈີນເຖິງ 2 ໝື່ນກິໂລແມັດກໍສາມາດຂົນສົ່ງໝາກເຊິຣີສົດໄປເຖິງຕະຫຼາດຈີນໄດ້ພາຍໃນເວລາ 3 ມື້ສັ້ນໆເທົ່ານັ້ນ, ນີ້ກໍແມ່ນໄດ້ຮັບຜົນດີຈາກ “ທາງຂົນສົ່ງດ່ວນສຳລັບໝາກເຊິຣີ” ຜ່ານທາງທະເລລະຫວ່າງຈີນ ແລະ ປະເທດຊີເລ.


ການເປີດກວ້າງຂອງຕະຫຼາດຈີນເຮັດໃຫ້ຜູ້ບໍລິໂພກພາຍໃນປະເທດຈີນມີທາງເລືອກຫຼາຍກວ່າເກົ່າໃນການເລືອກຊື້ໝາກໄມ້, ແລະກໍໄດ້ສ້າງໂອກາດດ້ານທຸລະກິດອັນໃຫຍ່ຫຼວງຕໍ່ປະເທດທີ່ຜະລິດໝາກໄມ້ໃນທົ່ວໂລກ. ຄວາມປາດຖະໜາຂອງຜູ້ບໍລິໂພກຈີນໃນການຊື້ໝາກໄມ້ມາກິນໄດ້ຕາມໃຈມັກນັ້ນໄດ້ຮັບການຕອບສະໜອງ, ໝາກໄມ້ຄຸນນະພາບດີຈາກແຫ່ງຕ່າງໆຂອງໂລກກໍໄດ້ຖືກວາງໄວ້ຢູ່ເທິງໂຕະອາຫານຂອງປະຊາຊົນຈີນ. ຕະຫຼາດໃຫຍ່ຂອງຈີນໄດ້ສ້າງໂອາກາດນັບມື້ນັບຫຼາຍໃຫ້ກັບທົ່ວໂລກ, ສຳລັບທັງສອງສົ້ນຂອງຕະຫຼາດກໍມີຄວາມຮູ້ສຶກຄືກັບວ່າ “ຫວານຊື່ນ” ເຊັ່ນດຽວກັນ.


ຄວາມຈະເລີນຮຸ່ງເຮືອງຂອງຕະຫຼາດໝາກທຸລຽນຢູ່ຈີນ ແລະ ການທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງຕ່ອງໂສ້ອຸດສາຫະກຳໝາກໄມ້ທົ່ວໂລກ, ໄດ້ສ່ອງແສງໃຫ້ເຫັນເຖິງການຮ່ວມມືດ້ານການຄ້າແບບໂລກາພິວັດ. ຄຽງຄູ່ກັບຈີນສືບຕໍ່ເປີດປະຕູສູ່ພາຍນອກ, ນະໂຍບາຍທີ່ອຳນວຍຄວາມສະດວກຕ່າງໆ ເຊັ່ນ: ອັດຕາພາສີຕ່ຳ, ການກວດກາ ແລະກັກກັນພືດດຳເນີນຢ່າງວ່ອງໄວ ແລະອື່ນໆ, ພ້ອມດ້ວຍການສ້າງເວທີການຄ້າຕ່າງໆ, ເຊັ່ນ: ງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນ ແລະອື່ນໆ, ໝາກໄມ້ຄຸນນະພາບດີນັບມື້ນັບຫຼາຍຈະຖືກຂົນສົ່ງຈາກຟາມກະເສດຂອງປະເທດຕ່າງໆໄປໄວ້ຢູ່ເທິງໂຕະອາຫານຂອງຊາວຈີນ. ນີ້ບໍ່ພຽງແຕ່ໄດ້ຕອບສະໜອງກັບຄວາມຕ້ອງການຂອງຜູ້ບໍລິໂພກຊາວຈີນຕໍ່ກັບຊີວິດການເປັນຢູ່ທີ່ມີຄຸນນະພາບສູງເທົ່ານັ້ນ, ແຕ່ຍັງໄດ້ເພີ່ມພະລັງຊີວິດອັນໃໝ່ຕໍ່ການພັດທະນາຂອງອຸດສາຫະກຳໝາກໄມ້ຂອງທົ່ວໂລກອີກດ້ວຍ.