ພິມຈຳໜ່າຍປຶ້ມ“ເລືອກເຟັ້ນຄວາມເວົ້າຂອງທ່ານສີຈິ້ນຜິງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ”

2024-06-11 13:52:43 CRI

ປຶ້ມເລືອກເຟັ້ນຄວາມເວົ້າຂອງທ່ານສີຈິ້ນຜິງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດທີ່ຮຽບຮຽງໂດຍສະຖາບັນຄົ້ນຄວ້າປະຫວັດສາດພັກແລະເອກະສານຂອງສູນກາງພັກກອມມູນິດຈີນໄດ້ຮັບການຈັດພິມໂດຍສຳນັກພິມເອກະສານສູນກາງຈີນໃນຫວ່າງມໍ່ໆມານີ້, ເລີ່ມຈຳໜ່າຍຢູ່ທົ່ວປະເທດຈີນ.

ຄວາມເວົ້າສຳຄັນຕ່າງໆຂອງທ່ານສີຈິ້ນຜິງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດມີຄວາມໝາຍສຳຄັນທີ່ສຸດຕໍ່ການຈັດສັນການພັດທະນາດ້ານພະລັງງານໃໝ່ ແລະຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຢ່າງເປັນເອກະພາບກັນ, ການຊຸກຍູ້ການປະຕິຮູບດ້ານພະລັງງານໃຫ້ກ້າວສູ່ລວງເລິກ, ເລັ່ງລັດສ້າງປະເທດເຂັ້ມແຂງດ້ານພະລັງງານ ເພື່ອສະໜອງສິ່ງຮັບປະກັນດ້ານພະລັງງານທີ່ໝັ້ນຄົງ ແລະໄວ້ເນື້ອເຊື່ອໃຈໄດ້ໃຫ້ແກ່ການສ້າງສາຄວາມທັນສະໄໝແບບຈີນໃນຍຸກໃໝ່ ແລະຂະບວນການເດີນທາງຄັ້ງໃໝ່.