ທ່ານສີຈິ້ນຜິງລົງນາມໃນລັດຖະດຳລັດວ່າດ້ວຍການປະກາດໃຊ້ “ຂໍ້ກຳນົດການກວດກາງົບປະມານຂອງກອງທັບ” ສະບັບປັບປຸງໃໝ່

2024-06-12 15:07:00 cri

ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ລົງນາມໃນລັດຖະດຳລັດວ່າດ້ວຍການປະກາດໃຊ້ “ຂໍ້ກຳນົດການກວດກາງົບປະມານຂອງກອງທັບ” ສະບັບປັບປຸງໃໝ່, ໂດຍຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກໍລະກົດໜ້ານີ້ເປັນຕົ້ນໄປ.

 

 “ຂໍ້ກຳນົດການກວດກາງົບປະມານຂອງກອງທັບ” ສະບັບປັບປຸງໃໝ່ໄດ້ປະຕິບັດແນວຄິດສີຈິ້ນຜິງກ່ຽວກັບການສ້າງກອງທັບໃຫ້ເຂັ້ມແຂງຢ່າງເລິກເຊິ່ງ, ຕັ້ງໜ້າປັບປຸງໃຫ້ສອດຄ່ອງກັບສະພາບການໃໝ່, ໜ້າທີ່ໃໝ່ ແລະຄວາມຮຽກຮ້ອງຕ້ອງການໃໝ່, ໄດ້ວາງຂໍ້ກຳນົດຢ່າງເປັນລະບົບຕື່ມອີກຕໍ່ຄວາມຮຽກຮ້ອງຕ້ອງການສັງລວມ, ຂອບເຂດສິດອຳນາດຂອງວຽກງານ, ກົນໄກລະບຽບການຂອງວຽກງານກວດກາງົບປະມານຂອງກອງທັບໃນຍຸກໃໝ່, ມີຄວາມໝາຍສຳຄັນຕໍ່ການເສີມຂະຫຍາຍບົດບາດດ້ານການບໍລິການຕິດຕາມກວດກາງົບປະມານ, ການຮັບປະກັນດ້ານການປ້ອງກັນປະເທດແລະການພັດທະນາທີ່ມີຄຸນນະພາບສູງໃນການສ້າງສາກອງທັບໃຫ້ດີກວ່າເກົ່າ.