ທ່ານຫຼີສຽງ ສົ່ງໂທລະເລກໄປຍັງທ່ານນາເຣັນດຣາ ໂມດີ ເພື່ອອວຍພອນທ່ານໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີອິນເດຍອີກສະໄໝໜຶ່ງ

2024-06-12 15:06:17 cri


ວັນທີ 11 ມິຖຸນານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງໂທລະເລກໄປຍັງທ່ານນາເຣັນດຣາ ໂມດີ, ເພື່ອອວຍພອນທ່ານໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີສາທາລະນະລັດອິນເດຍອີກສະໄໝໜຶ່ງ.


ເນື້ອໃນໂທລະເລກຂອງທ່ານຫຼີສຽງລະບຸວ່າ, ການຂະຫຍາຍການພົວພັນຈີນ-ອິນເດຍຢ່າງປອດໃສແລະໝັ້ນທ່ຽງບໍ່ພຽງແຕ່ມີຜົນດີຕໍ່ການເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ, ຍັງຈະເພີ່ມຄວາມໝັ້ນຄົງແລະກຳລັງທາງບວກໃຫ້ແກ່ທົ່ວໂລກແລະພາກພື້ນຕື່ມອີກ. ຈີນຍິນດີທຳຄວາມພະຍາຍາມຮ່ວມກັບອິນເດຍ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວໄປສູ່ທິດທາງທີ່ຖືກຕ້ອງ.