ທ່ານສີຈິ້ນຜິງ ເປັນປະທານກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານຂອງສູນກາງຈີນ

2024-06-12 15:05:17 cri

ຕອນບ່າຍວັນທີ 11 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ. ແລະທັງເປັນປະທານຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານຂອງສູນກາງຈີນ ໄດ້ເປັນປະທານກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານຂອງສູນກາງຈີນ, ເຊິ່ງໄດ້ພິຈາລະນາແລະຮັບຮອງເອກະສານຕ່າງໆ, ຄື: “ຄວາມເຫັນກ່ຽວກັບການສ້າງລະບອບວິສາຫະກິດທັນສະໄໝທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ”, “ຄວາມເຫັນກ່ຽວກັບການສ້າງສະພາບແວດລ້ອມທີ່ເປີດປະຕູສຳລັບການປະດິດສ້າງໃໝ່ທາງດ້ານເຕັກນິກວິທະຍາສາດ ທີ່ມີກຳລັງແຂ່ງຂັນໃນທົ່ວໂລກ”. ເຊິ່ງໄດ້ເນັ້ນໜັກການສ້າງລະບອບວິສາຫະກິດທັນສະໄໝທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ ແລະ ການສ້າງສະພາບແວດລ້ອມທີ່ເປີດປະຕູສຳລັບການປະດິດສ້າງໃໝ່ທາງດ້ານເຕັກນິກວິທະຍາສາດ ທີ່ມີກຳລັງແຂ່ງຂັນໃນທົ່ວໂລກ.