ທ່ານໂຕເລິ່ມ ປະທານປະເທດຫວຽດນາມກ່າວວ່າ: ຫວຽດນາມຖືການຂະຫຍາຍການພົວພັນກັບຈີນເປັນວຽກງານບູລິມະສິດ

2024-06-12 14:42:41 CRI



     ວັນທີ 11 ມິຖຸນານີ້, ໃນເວລາທ່ານໂຕເລິ່ມ ປະທານປະເທດຫວຽດນາມຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊົງບົ່ວ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານກ່າວວ່າ: ຫວຽດນາມຖືການຂະຫຍາຍການພົວພັນກັບຈີນເປັນທາງເລືອກດ້ານຍຸດທະສາດ ແລະວຽກງານບູລິມະສິດໃນນະໂຍບາຍການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ. ຍິນດີຮ່ວມກັບຝ່າຍຈີນ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆໃຫ້ມີຄຸນນະພາບ ແລະລະດັບທີ່ສູງຂຶ້ນ, ຄວບຄຸມຄວາມຂັດແຍ້ງກັນໃຫ້ດີກວ່າເກົ່າ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຈີນກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ.


     ທ່ານຊົງບົ່ວກ່າວວ່າ: ຝ່າຍຈີນຍິນດີຮ່ວມກັບຝ່າຍຫວຽດນາມ ຍຶດໝັ້ນການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສູງສຸດສອງພັກ, ຮ່ວມກັນເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບແຫ່ງຊາດຂອງກັນແລະກັນ ແລະເສັ້ນທາງຫັນເປັນທັນສະໄໝທີ່ມີສີສັນພິເສດຂອງປະເທດຕົນໃຫ້ດີ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍດ້ານຍຸດທະສາດໃຫ້ກ້າວສູ່ລວງເລິກຢ່າງໜັກແໜ້ນ.