ໃນ 5 ເດືອນຕົ້ນປີນີ້ ການຂົນສົ່ງສິນຄ້າຂາເຂົ້າຂາອອກຂອງທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-06-12 16:58:13 cri

      ດ່ານພາສີຄຸນໝິງຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 11 ມິຖຸນານີ້ວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ປະລິມານການຂົນສົ່ງສິນຄ້າຂາເຂົ້າຂາອອກຜ່ານທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 2,3 ລ້ານໂຕນ,ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ເປີດລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟຈີນ-ລາວລວມທັງໝົດ 3.076 ຂະບວນ,ເພີ່ມຂຶ້ນ 30,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.