ທ່ານສີຈິ້ນຜິງຕອບຈົດໝາຍເຖິງທ່ານຢາວຊີ່ຈື້ ບັນດິດສະພາບັນດິດວິທະຍາສາດຈີນ

2024-06-13 10:54:37 CRI

     ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຈົດໝາຍເຖິງທ່ານຢາວຊີ່ຈື້ ບັນດິດສະພາບັນດິດວິທະຍາສາດຈີນ ສາດສະດາຈານມະຫາວິທະຍາໄລຊີ່ງວາ, ເພື່ອສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈແລະຝາກຄວາມຫວັງຢ່າງເຕັມໃຈຕໍ່ທ່ານ.

     ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ຫວັງວ່າທ່ານຈະນຳພາທີມງານສືບຕໍ່ຄົ້ນຄວ້າຮູບແບບອົບຮົມບົ່ມສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງຢ່າງເປັນເຈົ້າຕົນເອງ, ສ້າງພື້ນຖານອົບຮົມຜູ້ມີຄວາມຮູ້ຄວາມສາມາດ ແລະການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ, ປະກອບສ່ວນອັນໃໝ່ເຂົ້າໃນການສ້າງຄວາມເຂັ້ມແຂງດ້ານວິທະຍາສາດເຕັກໂນໂລຊີລະດັບສູງດ້ວຍຕົນເອງ ແລະການສ້າງປະເທດເຂັ້ມແຂງດ້ານການສຶກສາ ແລະວິທະຍາສາດເຕັກໂນໂລຊີ.

     ທ່ານຢາວຊີ່ຈື້ເຄີຍເປັນອາຈານສອນຢູ່ມະຫາວິທະຍາໄລອາເມຣິກາເປັນເວລາດົນ, ປີ 2004 ໄດ້ກັບຄືນສູ່ປະເທດຈີນແລະເປັນອາຈານຂອງມະຫາວິທະຍາໄລຊີ່ງວາປັກກິ່ງດ້ວຍຈິດໜຶ່ງໃຈດຽວ.