ເປັນຫຍັງຈີນຈຶ່ງລົງຄະແນນສຽງເຫັນດີຕໍ່ສັນຍາຢຸດຍິງລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນທີ່ສະເໜີໂດຍອາເມຣິກາ?

2024-06-13 14:57:28 CRI


ວັນທີ 10 ມິຖຸນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຜ່ານມະຕິສະບັບໜຶ່ງ, ໂດຍຮຽກຮ້ອງໃຫ້ບັນລຸການຢຸດຍິງ “ຢ່າງຮອບດ້ານ ແລະ ສິ້ນເຊີງໃນທັນທີ”, ເພື່ອສິ້ນສຸດການປະທະກັນລະຫວ່າງປາແລັດສະຕິນ ແລະອິດສະຣາແອນທີ່ໄດ້ແກ່ຍາວມາເປັນເວລາ 8 ເດືອນນັ້ນໂດຍໄວ. ໃນຈຳນວນ 15 ປະເທດສະມາຊິກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ມະຕິດັ່ງກ່າວໄດ້ລົງຄະແນນສຽງເຫັນດີ 14 ສຽງ, ຈີນໄດ້ລົງຄະແນນສຽງເຫັນດີຕໍ່ຮ່າງມະຕິດັ່ງກ່າວ, ແລະຣັດເຊຍໄດ້ງົດອອກສຽງ.


ໜັງສືພິມ ເດີ ກາດຽນ ຂອງອັງກິດລາຍງານຂ່າວວ່າ, ນີ້ແມ່ນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງມະຕິທີ່ມີເນື້ອໃນ “ສັນຕິພາບຮອບດ້ານ” ເປັນຄັ້ງທຳອິດນັບແຕ່ເກີດມີການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນເມື່ອເດືອນຕຸລາປີ 2023 ເປັນຕົ້ນມາ. ອີງຕາມຮ່າງມະຕິດັ່ງກ່າວ, ການຢຸດຍິງຈະປະຕິບັດໂດຍແບ່ງອອກເປັນ 3 ໄລຍະ, ຄື: ໄລຍະທີໜຶ່ງ, ປະຕິບັດ “ການຢຸດຍິງຢ່າງຮອບດ້ານ ແລະ ສິ້ນເຊີງໃນທັນທີ”, ກອງທັບອິດສະຣາແອນຕ້ອງຖອນທະຫານອອກຈາກເຂດຊຸມຊົນທັງໝົດຢູ່ໃນກາຊາ; ກຸ່ມຮາມາສຕ້ອງປ່ອຍຕົວປະກັນຈຳນວນໜຶ່ງ ເຊິ່ງລວມທັງແມ່ຍິງ, ຜູ້ເຖົ້າ, ແລະ ຜູ້ບາດເຈັບ, ທັງສົ່ງຄືນຊາກສົບຂອງຜູ້ເສຍຊີວິດຈຳນວນໜຶ່ງ; ອິດສະຣາແອນຕ້ອງປ່ອຍຕົວປະກັນຊາວປາແລັດສະຕິນທີ່ຖືກກັກຂັງໄວ້. ໃນໄລຍະທີ 2, ກຸ່ມຮາມາສຈະປ່ອຍຕົວປະກັນສ່ວນທີ່ຍັງເຫຼືອ. ໂດຍເປັນເງື່ອນໄຂທີ່ແລກປ່ຽນກັນ, ກອງທັບອິດສະຣາແອນຈະຕ້ອງຖອນທະຫານອອກຈາກເຂດກາຊາທັງໝົດ. ໃນໄລຍະທີ 3, ຈະເລີ່ມດຳເນີນແຜນການສ້າງສາຄືນໃໝ່ຢ່າງຂະໜາດໃຫຍ່ຢູ່ເຂດກາຊາ.



ໃນການກ່າວຄຳເຫັນພາຍຫຼັງການລົງຄະແນນສຽງ, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ການຢຸດຍິງຢ່າງຖາວອນໃນທັນທີ, ນີ້ແມ່ນຄຳຮຽກຮ້ອງທີ່ແຮງກ້າຂອງຈີນ ແລະ ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງໃນຫຼາຍເດືອນຜ່ານມາ, ແລະກໍແມ່ນຄວາມປາດຖະໜາອັນຮີບຮ້ອນຂອງປະຊາຊົນກາຊາທີ່ຕົກຢູ່ໃນຄວາມທຸກທໍລະມານ. ເຖິງວ່າປັດຈຸບັນເນື້ອໃນມະຕິຍັງບໍ່ທັນສົມບູນເທື່ອ, ແລະຍັງຕ້ອງໃຫ້ຄວາມອະທິບາຍຕື່ມອີກ. ແຕ່ຈີນໄດ້ພິຈາລະນາຈາກຄວາມຕ້ອງການອັນຮີບດ່ວນເພື່ອສະກັດກັ້ນການສັງຫານຊີວິດຂອງປະຊາຊົນ ແລະ ຫຼຸດຜ່ອນໄພພິບັດດ້ານມະນຸດສະທຳ, ຈຶ່ງໄດ້ລົງຄະແນນສຽງເຫັນດີຕໍ່ຮ່າງມະຕິດັ່ງກ່າວ, ພ້ອມກັນນັ້ນ, ຈີນຫວັງວ່າປະເທດທີ່ສະເໜີຮ່າງມະຕິຈົ່ງທຳຄວາມພະຍາຍາມຢ່າງຈິງໃຈເພື່ອຊຸກຍູ້ໃຫ້ບັນລຸການຢຸດຍິງຢ່າງຖາວອນໃນທັນທີ.


ນັບແຕ່ເກີດມີການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນເມື່ອວັນທີ 7 ຕຸລາປີ 2023 ເປັນຕົ້ນມາ, ວິກິດການດ້ານມະນຸດສະທຳຢູ່ເຂດກາຊາໄດ້ຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງ ແລະ ສິ່ງກໍ່ສ້າງດ້ານການປິ່ນປົວຢູ່ແຫ່ງຕ່າງໆເຫຼົ່ານັ້ນໄດ້ຖືກທຳລາຍຢ່າງໜັກໜ່ວງ, ປະຊາຄົມໂລກໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ປະທະກັນຕ້ອງຢຸດຍິງໂດຍໄວ ເພື່ອຫຼີກລ່ຽງບໍ່ໃຫ້ວິກິດການດ້ານມະນຸດສະທຳແຜ່ຂະຫຍາຍກວ້າງອອກໄປຕື່ມອີກ. ຂໍ້ມູນສະແດງໃຫ້ເຫັນວ່າ, ການປະທະກັນໄດ້ເຮັດໃຫ້ມີຊາວປາແລັດສະຕິນຫຼາຍກວ່າ 37,000 ຄົນຢູ່ເຂດກາຊາເສຍຊີວິດ, ໃນນັ້ນສ່ວນຫຼາຍເປັນແມ່ຍິງ ແລະ ເດັກນ້ອຍ, ປະຊາຊົນ 2 ລ້ານຄົນແມ່ນຕົກໃນໄພພິບັດດ້ານມະນຸດສະທຳແບບບໍ່ເຄີຍມີມາກ່ອນ. ນັບຕັ້ງແຕ່ເກີດການປະທະກັນຮອບນີ້ເປັນຕົ້ນມາ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຜ່ານມະຕິ 3 ສະບັບ, ໂດຍຮຽກຮ້ອງໃຫ້ມີການຮັບປະກັນຕໍ່ການຊ່ວຍເຫຼືອດ້ານມະນຸດສະທຳ, ຮຽກຮ້ອງໃຫ້ຝ່າຍຕ່າງໆຢຸດຍິງໃນເດືອນຖືສິນອົດ, ແຕ່ໜ້າເສຍດາຍ, ຍ້ອນການຖ່ວງດຶງຂອງບາງປະເທດ, ຈຶ່ງເຮັດໃຫ້ມະຕິເຫຼົ່ານີ້ບໍ່ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ຖ້າວ່າມະຕິທີ່ໄດ້ຮັບຮອງໃນວັນທີ 10 ມິຖຸນານີ້ສາມາດໄດ້ຮັບການປະຕິບັດຢ່າງແທ້ຈິງ, ການສັງຫານຊີວິດຢູ່ເຂດກາຊາທີ່ໄດ້ແກ່ຍາວມາເປັນເວລາດົນນານແລ້ວນັ້ນ ກໍຈະຖືກສະກັດກັ້ນ, ໄພພິບັດດ້ານມະນຸດສະທຳທີ່ປະຊາຊົນເຂດກາຊາພວມປະເຊີນໜ້ານັ້ນກໍມີຫວັງຈະຜ່ອນຄາຍລົງ.


ນັກວິເຄາະຊີ້ອອກວ່າ, ເນື້ອໃນຮ່າງມະຕິລະບຸວ່າ, ຖ້າວ່າການເຈລະຈາໃນໄລນະທີ 1 ຫຼາຍກວ່າ 6 ອາທິດ, ຂໍແຕ່ຍັງມີການເຈລະຈາຢູ່, ການຢຸດຍິງກໍຈະສືບຕໍ່ໄປ, ຈົນຮອດການບັນລຸການເຊັນສັນຍາກັນ. ນີ້ໝາຍຄວາມວ່າ, ເມື່ອໃດຫາກບັນລຸການຢຸດຍິງແລ້ວ, ກໍຈະບໍ່ເກີດສົງຄາມອີກ, ແລະຈະເຮັດໃຫ້ບັນລຸການຢຸດຍິງແບບຖາວອນໃນທັນທີ. ສະນັ້ນ, ຝ່າຍຈີນໄດ້ລົງຄະແນນສຽງເຫັນດີຕໍ່ຮ່າງມະຕິດັ່ງກ່າວ.


ຜູ້ຕາງໜ້າຈີນກ່າວເນັ້ນໜັກວ່າ, ມະຕິທັງຫຼາຍຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແມ່ນມີຜົນບັງຄັບໃຊ້ທາງກົດໝາຍ. ຈີນຫວັງວ່າ, ປະເທດທີ່ສະເໜີຮ່າງມະຕິດັ່ງກ່າວຈະຖືທ່າທີທີ່ຍຸຕິທຳ ເປັນທຳ ແລະ ຮັບຜິດຊອບ, ສຸມຄວາມພະຍາຍາມຢ່າງຈິງໃຈເພື່ອຊຸກຍູ້ໃຫ້ບັນລຸການຢຸດຕິຍິງຢ່າງຖາວອນໃນທັນທີ. ຈີນຈະສືບຕໍ່ຮ່ວມກັບຝ່າຍຕ່າງໆຊຸກຍູ້ການຢຸດສົງຄາມຢູ່ເຂດກາຊາໂດຍໄວ, ຊຸກຍູ້ໃຫ້ບັນຫາປາແລັດສະຕິນ ແລະ ອິດສະຣາແອນກັບຄືນສູ່ເສັ້ນທາງອັນຖືກຕ້ອງໂດຍປະຕິບັດ “ແຜນການສອງປະເທດ” ໂດຍໄວ.