CPI ຂອງຈີນໃນເດືອນພຶດສະພາເພີ່ມຂຶ້ນ 0,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-06-13 15:29:23 cri

 

ວັນທີ 12 ມິຖຸນານີ້, ກົມສະຖິຕິແຫ່ງຊາດຈີນໄດ້ເຜີຍແຜ່ຕົວເລກວ່າ: ໃນເດືອນພຶດສະພາທີ່ຜ່ານມາ, ດັດຊະນີລາຄາຜູ້ບໍລິໂພກຂອງພົນລະເມືອງທົ່ວປະເທດຫຼື CPI ໄດ້ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຫຼຸດລົງ 0,1% ເມື່ອທຽບໃສ່ເດືອນເມສາປີນີ້.

 

ທ່ານນາງຕຸງລີ້ຈ່ວນ ນັກສະຖິຕິຜູ້ທຳອິດຂອງພະແນກຕົວເມືອງແຫ່ງກົມສະຖິຕິຂອງຊາດຈີນກ່າວວ່າ: ໃນເດືອນພຶດສະພາທີ່ຜ່ານມາ, ຕະຫຼາດບໍລິໂພກໄດ້ເຄື່ອນໄຫວຢ່າງໝັ້ນທ່ຽງໂດຍລວມ, CPI ຂອງທົ່ວປະເທດໄດ້ຫຼຸດລົງແບບມີລັກສະນະເປັນໄລຍະເມື່ອທຽບໃສ່ເດືອນເມສາປີນີ້. CPI ແກນກາງທີ່ໄດ້ຫັກລາຄາສະບຽງອາຫານແລະລາຄາພະລັງງານອອກໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສືບຕໍ່ຮັກສາຈັງຫວະເພີ່ມຂຶ້ນຢ່າງຊ້າໆ.