ອາເມຣິກາໃຊ້ຄຳຂີ້ຕົວະກ່ຽວກັບເຂດຊິ່ນຈ່ຽງມາລົງໂທດວິສາຫະກິດຈີນ ກະຊວງການຕ່າງປະເທດຈີນສະແດງທ່າທີຕອບໂຕ້

2024-06-13 15:34:44 cri

ໂດຍແນໃສ່ເລື່ອງທີ່ອາເມຣິກາໃຊ້ຄຳຂີ້ຕົວະກ່ຽວກັບເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງຈີນມາເປັນຂໍ້ອ້າງເພື່ອຈັດເອົາວິສາຫະກິດຈີນເຂົ້າໃນບັນຊີລາຍຊື່ການລົງໂທດ, ວັນທີ 12 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ການກະທຳຂອງອາເມຣິກາໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງໜັກໜ່ວງ, ໄດ້ລົບກວນລະບຽບການປົກກະຕິຂອງຕະຫຼາດຢ່າງຮ້າຍແຮງແລະໄດ້ຝ່າຝືນລະບຽບການຄ້າສາກົນແລະຫຼັກການພື້ນຖານວ່າດ້ວຍການພົວພັນສາກົນຢ່າງຮ້າຍແຮງ, ທາດແທ້ແມ່ນມີເຈຕະນາກໍ່ “ວ່າງງານແບບບັງຄັບ”ຢູ່ເຂດຊິ່ນຈ່ຽງ, ອ້າງສິດທິມະນຸດມາລ່ວງລ້ຳສິດການຄົງຕົວ, ສິດການປະກອບອາຊີບແລະສິດການພັດທະນາຂອງມວນຊົນຢູ່ເຂດຊິ່ນຈ່ຽງອັນໄພສານ, ເຈຕະນາຊົ່ວຮ້າຍທີ່ “ໃຊ້ບັນຫາເຂດຊິ່ນຈ່ຽງມາຈຳກັດຈີນ” ຂອງອາເມຣິກາມີຄວາມຈະແຈ້ງຫຼາຍຂຶ້ນ. ພວກເຮົາເຕືອນໃຫ້ອາເມຣິກາຈົ່ງຍຸດຕິການໃສ່ຮ້າຍປາຍໃສຈີນໃນທັນທີ, ຍົກເລີກການລົງໂທດພຽງຝ່າຍດຽວແບບຜິດກົດໝາຍຕໍ່ວິສາຫະກິດຈີນ.