ທ່ານສີຈິ້ນຜິງຕອບຄືນຈົດໝາຍບັນດິດສະຖາບັນວິທະຍາສາດຈີນ

2024-06-13 15:40:11 cri

ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຄືນຈົດໝາຍທ່ານຢາວຊີຈື້ ບັນດິດສະຖາບັນວິທະຍາສາດຈີນ, ສາດສະດາຈານມະຫາວິທະຍາໄລຊິງຮວາ.

ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງໄດ້ຝາກຄວາມຢື້ຢາມຖາມຂ່າວຢ່າງຈິງໃຈພ້ອມທັງຝາກຄວາມຫວັງເປັນຢ່າງຍິ່ງເຖິງສາດສະດາຈານຢາວຊີຈື້.

ທ່ານສີຈິ້ນຜິງຫວັງໃຫ້ສາດສະດາຈານຢາວຊີຈື້ນຳພາຄົນທັງຫຼາຍສືບຕໍ່ຄົ້ນຄວ້າຮູບແບບບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງດ້ວຍຕົນເອງ, ສ້າງສູນບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແລະການປະດິດສ້າງດ້ານວິທະຍາສາດເຕັກນິກທີ່ມີລະດັບສູງ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການບັນລຸເປົ້າໝາຍເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກລະດັບສູງ, ການສ້າງປະເທດເຂັ້ມແຂງດ້ານການສຶກສາແລະປະເທດເຂັ້ມແຂງດ້ານວິທະຍາສາດເຕັກນິກ.

   ທ່ານສີຈິ້ນຜິງເຄີຍກ່າວວ່າ: “ການເຜີຍແຜ່ວິທະຍາສາດໃຫ້ທົ່ວເຖິງເປັນວຽກງານລັກສະນະພື້ນຖານທີ່ສຳຄັນເພື່ອບັນລຸການພັດທະນາດ້ວຍການປະດິດສ້າງ”. ທ່ານສີຈິ້ນຜິງຕອບຄືນຈົດໝາຍບັນດິດສະຖາບັນວິທະຍາສາດຈີນເທື່ອນີ້ໄດ້ສ່ອງແສງໃຫ້ເຫັນເຖິງສູນກາງພັກແມ່ນໃຫ້ຄວາມສຳຄັນໃນລະດັບສູງຕໍ່ພະນັກງານວິທະຍາສາດມາໂດຍຕະຫຼອດ, ເຊິ່ງໄດ້ກະຕຸກຊຸກຍູ້ໃຫ້ພະນັກງານວິທະຍາສາດເຕັກນິກປະກອບສ່ວນເຂົ້າໃນວຽກງານເຜີຍແຜ່ວິທະຍາສາດໃຫ້ທົ່ວເຖິງດ້ວຍຄວາມຈູບຈ້າວຫ້າວຫັນຫຼາຍກວ່າເກົ່າ.