ທ່ານສີຈິ້ນຜິງກ່າວຄຳປາໄສຜ່ານທາງວິດິໂອ ໃນພິທີເປີດກິດຈະກຳສະເຫຼີມສະຫຼອງກອງປະຊຸມການຄ້າແລະການພັດທະນາ ສປຊ ສ້າງຕັ້ງຂຶ້ນຄົບຮອບ 60 ປີ

2024-06-13 14:54:44 cri

ວັນທີ 12 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງວິດິໂອ ໃນພິທີເປີດກິດຈະກຳສະເຫຼີມສະຫຼອງກອງປະຊຸມການຄ້າແລະການພັດທະນາ ສປຊ ສ້າງຕັ້ງຂຶ້ນຄົບຮອບ 60 ປີ.


ທ່ານສີຈີ້ນຜິງຊີ້ອອກວ່າ, ພາຍຫຼັງກອງປະຊຸມການຄ້າແລະການພັດທະນາ ສປຊ ສ້າງຕັ້ງຂຶ້ນເປັນເວລາ 60 ປີມານີ້, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄ້າແລະການພັດທະນາຂອງທົ່ວໂລກ. ພວກເຮົາຄວນສ້າງສະພາບແວດລ້ອມສາກົນທີ່ພັດທະນາໂດຍສັນຕິ. ແລະສອດຄ່ອງກັບກະແສແຫ່ງຍຸກສະໄໝທີ່ພັດທະນາແບບເປີດປະຕູ, ກຳແໜ້ນໂອກາດປະຫວັດສາດແຫ່ງການພັດທະນາແບບປະດິດສ້າງໃໝ່, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ. ຈີນແມ່ນສະມາຊິກໜຶ່ງໃນ ປະເທດພວມພັດທະນາທົ່ວໂລກ ຢ່າງສະເໝີຕົ້ນສະເໝີປາຍ. ຍິນດີຮ່ວມກັນກັບຝ່າຍຕ່າງໆ, ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດດີງາມທີ່ມີສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງແລະຄວາມກ້າວໜ້າ.