ງານວາງສະແດງຈີນ-ອາຊີເອີຣົບ ຄັ້ງທີ 8 ຈະຈັດຂຶ້ນຢູ່ນະຄອນອູຣູມກີ

2024-06-13 15:52:16 cri


ງານວາງສະແດງຈີນ-ອາຊີເອີຣົບ ຄັ້ງທີ 8 ທີ່ມີຫົວຂໍ້ວ່າ “ໂອກາດໃໝ່ຂອງເສັ້ນທາງສາຍໄໝ ພະລັງຊີວິດໃໝ່ຂອງອາຊີເອີຣົບ” ຈະຈັດຂຶ້ນຢູ່ນະຄອນອູ ຣູມກີເຂດຊິ່ນຈ່ຽງຈີນໃນລະຫວ່າງວັນທີ 26 ຫາ 30ມິຖຸນານີ້.


ຕາມການແນະນຳໃຫ້ຮູ້ວ່າ, ງານວາງສະແດງຄັ້ງນີ້ຈະມີ 50 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ພ້ອມທັງ ວິສາຫະກິດແລະອົງການຈັດຕັ້ງ 1000 ກວ່າແຫ່ງພາຍໃນປະເທດຈີນເຂົ້າຮ່ວມ. ປະເທດກິຕິມະສັກແມ່ນກາຊັກສະຖານ, ກຽກກິດສະຖານແລະອຸດສະເບກິດສະຖານ, ແຂວງແລະນະຄອນກິຕິມະສັກແມ່ນນະຄອນຫຼວງປັກກິ່ງ, ແຂວງຊ່ານຕົ່ງແລະແຂວງເສສວນຈີນ. ເນື້ອທີ່ວາງສະແດງແມ່ນ 140.000 ຕາແມັດ, ແບ່ງເປັນເຂດວາງສະແດງ 4 ເຂດ, ຄື: ເຂດວາງສະແດງການລົງທຶນແລະການຮ່ວມມື, ເຂດວາງສະແດງສາກົນ, ເຂດວາງສະແດງຂະແໜງການທີ່ມີເອກະລັກພິເສດແລະເຂດວາງສະແດງການຜະລິດອຸປະກອນ.