ຄວາມມຸ່ງຫວັງໃຫຍ່ທີ່ສຸດຂອງນັກວິທະຍາສາດຜູ້ທີ່ໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງ

2024-06-14 23:22:52 CRI



ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ຕອບຄືນຈົດໝາຍທ່ານຢາວຊີຈື້ ບັນດິດສະຖາບັນວິທະຍາສາດຈີນ, ສາດສະດາຈານມະຫາວິທະຍາໄລຊິງຮວາ.ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຕະຫຼອດໄລຍະ20ປີທີ່ທ່ານກັບຄືນມາປະຕິບັດໜ້າທີ່ການສິດສອນຢູ່ປະເທດຊາດ, ທ່ານໄດ້ຫັນນ້ຳໃຈຮັກຊາດໃຫ້ເປັນການກະທຳຕົວຈິງເພື່ອຕອບບຸນແທນຄຸນປະເທດຊາດໂດຍຜ່ານຈາກການທຸ້ມເທປະຕິບັດໜ້າທີ່ວຽກງານແລະອຸດທິດຕົນຢ່າງງຽບໆ,ເຊິ່ງສາມາດໄດ້ຮັບຜົນງານອັນອຸດົມສົມບູນບໍ່ວ່າໃນດ້ານການອົບຮົມບົ່ມສ້າງ ແລະ ສິດສອນນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດແລະມີຄຸນທາດຄຸນສົມບັດກໍຄືໃນການປະດິດສ້າງດ້ານການຄົ້ນຄວ້າວິທະຍາສາດ, ສະນັ້ນ, ຂໍສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ທ່ານ.

 

ຫຼາຍໆຄົນມີຄວາມສົນໃຈວ່າ ສາດສະດາຈານຢາວຊີຈື້ທີ່ໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງນັ້ນ ເປັນນັກວິທະຍາສາດຜູ້ໜຶ່ງຄືແບບໃດ?

 



ທ່ານຢາວຊີຈື້ ເປັນຜູ້ທີ່ມີຊື່ສຽງແລະມີນາມມະຍົດຫຼາຍຢ່າງ. ເພິ່ນເກີດຢູ່ນະຄອນຊຽງໄຮ້, ຮຽນຈົບຈາກມະຫາວິທະຍາໄລໄຕ້ຫວັນ, ໄດ້ຮັບປະລິນຍາເອກສາຂາຟີຊິກສາດຂອງມະຫາວິທະຍາໄລຮາເວີດ ແລະປະລິນຍາເອກສາຂາຄອມພິວເຕີຂອງມະຫາວິທະຍາໄລອິລີໂນອິສ(Illinois)ອາເມຣິກາຕາມລຳດັບ, ເປັນນັກວິທະຍາສາດຄອມພິວເຕີທີ່ມີຊື່ສຽງຂອງໂລກແລະເປັນໜຶ່ງໃນຜູ້ກໍ່ຕັ້ງລະຫັດວິທະຍາຍຸກປັດຈຸບັນຂອງໂລກ. ປີ2000, ເພິ່ນໄດ້ຮັບລາງວັນ “ຕູຣິງ” (Turing) ເຊິ່ງເປັນລາງວັນສູງສຸດດ້ານວິທະຍາສາດຄອມພິວເຕີໃນສາກົນທີ່ມີຊື່ສຽງເທົ່າທຽມກັບລາງວັນໂນເບວ.

 

 ຕອນນັ້ນ, ໃນຖານະເປັນນັກວິທະຍາສາດຄອມພິວເຕີເຊື້ອສາຍຈີນທີ່ໄດ້ຮັບລາງວັນຕູຣິງພຽງຄົນດຽວ, ທ່ານຢາວຊີຈື້ຖືກວົງການພາຍນອກຕີລາຄາວ່າ: ລາວຈະມີການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າຢູ່ອາເມຣິກາ. ແຕ່ວ່າ ໃນປີ2004, ທ່ານຢາວຊີຈື້ ທີ່ປີນັ້ນມີອາຍຸ57ປີໄດ້ທຳການຕັດສິນໃຈທີ່ເໜືອຄວາມຄາດຄິດຂອງຄົນທັງຫຼາຍຄື ຂາຍເຮືອນຢູ່ອາເມຣິກາ, ລາອອກຈາກຕຳແໜ່ງສາດສະດາຈານຕະຫຼອດຊີວິດຂອງມະຫາວິທະຍາໄລປຣິນສຕັນ(Princeton)ອາເມຣິກາ, ແລ້ວໄດ້ເຂົ້າປະຈຳການຢູ່ມະຫາວິທະຍາໄລຊິງຮວາຈີນ.

 

ທ່ານຢາວຊີຈື້ໄດ້ກັບຄືນສູ່ຈີນພຽງຜູ້ດຽວ,ປີ້ຍົນໃບດຽວໂດຍບໍ່ມີທີມງານຈັກຄົນເລີຍ. ໃນໄລຍະດົນເຕີບ, ເລື່ອງນີ້ໄດ້ກາຍເປັນຂ່າວໃຫຍ່ຢູ່ໃນສາຍຕາຂອງຄົນອາເມຣິກາໂດຍສະເພາະແມ່ນຊາວຈີນທັງຫຼາຍທີ່ດຳລົງຊີວິດຢູ່ອາເມຣິກາ, ບໍ່ສະເພາະແຕ່ເພື່ອນຮ່ວມງານເກົ່າທັງຫຼາຍຢູ່ມະຫາວິທະຍາໄລປຣິນສຕັນເທົ່ານັ້ນ, ແມ່ນແຕ່ກຸ່ມຄົນມີເງິນເດືອນທັງຫຼາຍກໍວິຈານຢ່າງແຜ່ຫຼາຍຢູ່ຮ້ານອາຫານນ້ອຍຕາມຖະໜົນຫົນທາງໃນນະຄອນນີວຢອກນຳອີກ.

 

ທ່ານຢາວຊີຈື້ເຄີຍຫວນຄືນເຖິງຄວາມຕັດສິນໃຈກັບຄືນປະເທດຊາດໃນປີນັ້ນໃນເວລາໃຫ້ສຳພາດຕໍ່ສື່ມວນຊົນວ່າ: “ກັບມາເຮັດວຽກໜ້ອຍໜຶ່ງເພື່ອສ້າງມະຫາວິທະຍາໄລແຖວໜ້າຢູ່ໃນໂລກໃຫ້ຈີນ,ເຮັດວຽກໜ້ອຍໜຶ່ງເພື່ອບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານຄອມພິວເຕີໃຫ້ຈີນ. ຂ້າພະເຈົ້າເຫັນວ່າ ນັ້ນເປັນຍ້ອນສາຍຜູກພັນແບບອັດຕະໂນມັດຢ່າງໜຶ່ງ.”

 

ທ່ານຢາວຊີຈື້ເກີດຢູ່ນະຄອນຊຽງໄຮ້, ເຕີບໃຫຍ່ຢູ່ໄຕ້ຫວັນ, ເຖິງຈະດຳລົງຊີວິດຢູ່ອາເມຣິກາເປັນເວລາ36ປີແລ້ວກໍຕາມ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງນັ້ນແມ່ນຈິດໃຈຊາດຈີນ. ເພິ່ນເວົ້າວ່າ: “ບໍ່ວ່າໂຕເຮົາຈະຢູ່ບ່ອນໃດ,ບໍ່ວ່າເວລາໃດກໍຕາມ,ລ້ວນແຕ່ຈະບໍ່ລືມວ່າພວກເຮົາເປັນລູກຫຼານຂອງປະຊາຊາດຈີນ.ການທີ່ຈະສາມາດບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຢູ່ຈີນ, ສາມາດສ້າງຜົນງານແບບບຸກທະລຸໃນດ້ານວິທະຍາສາດເຕັກນິກແຖວໜ້າຈຳນວນໜຶ່ງຢູ່ຈີນ, ມັນມີຄວາມໝາຍທີ່ແຕກຕ່າງກັນໝົດ.”

 



ການອົບຮົມບົ່ມສ້າງແລະສິດສອນນັກສຶກສາໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດແລະມີຄຸນທາດຄຸນສົມບັດນັ້ນມັນບໍ່ແມ່ນເລື່ອງທີ່ງ່າຍດາຍເລີຍ. ໃນເບື້ອງຕົ້ນທີ່ກັບຄືນສູ່ປະເທດຊາດ, ທ່ານຢາວຊີຈື້ແມ່ນໄດ້ຄົ້ນຄິດບັນຫາອັນໜຶ່ງຄື: ມະຫາວິທະຍາໄລແຫ່ງໜຶ່ງຈະບຳລຸງສ້າງນັກສຶກສາໃຫ້ມີຄວາມສາມາດປະດິດສ້າງ,ມີຈິນຕະນາການແລະສາມາດປະກອບສ່ວນອັນໃໝ່ໄດ້ຄືແນວໃດ? ທ່ານຢາວຊີຈື້ໄດ້ສຸມສາຍຕາໃສ່ນັກສຶກສາປະລິນຍາຕີ, ຫວັງວ່າຈະມີຫ້ອງພິເສດຫ້ອງໜຶ່ງສະເພາະເພື່ອສ້າງນັກສຶກສາປະລິນຍາຕີລະດັບແຖວໜ້າໃນຂົງເຂດວິທະຍາສາດຄອມພິວເຕີ.

 

ໃນລະດູໃບໄມ້ປົ່ງປີ2006, ຫ້ອງທົດລອງວິທະຍາສາດຄອມພິວເຕີມະຫາວິທະຍາໄລຊິງຮວາ ຄື “ຫ້ອງຢາວ” ທີ່ຄົນທັງຫຼາຍຮັບຮູ້ໂດຍທົ່ວໄປໃນຂົງເຂດຄອມພິວເຕີຢູ່ຈີນໃນປັດຈຸບັນໄດ້ເປີດຂຶ້ນຢ່າງເປັນທາງການ, ຊຸດທຳອິດມີນັກສຶກສາ59ຄົນທີ່ຄັດເລືອກຈາກນັກສຶກສາປີທີໜຶ່ງ ແລະປີທີສອງໃນທົ່ວມະຫາວິທະຍາໄລຊິງຮວາ. ໃນພິທີເປີດຫ້ອງດັ່ງກ່າວ, ທ່ານຢາວຊີຈື້ກ່າວວ່າ: “ເປົ້າໝາຍຂອງພວກເຮົາບໍ່ແມ່ນບຳລຸງສ້າງນັກຂຽນໂປຣແກຣມຊອບແວຄອມພິວເຕີທຳມະດາ, ແຕ່ແມ່ນບຳລຸ້ງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານຄອມພິວເຕີລະດັບແຖວໜ້າ ໃນສາກົນ.”

 

ຫ້ອງນີ້ແມ່ນຕັ້ງຊື່ຈາກນາມສະກຸນຂອງທ່ານຢາວຊີຈື້ ຄືເອີ້ນວ່າ ຫ້ອງຢາວ, ສ່ວນທ່ານຢາວຊີຈື້ເອງກໍໄດ້ທຸ້ມເທເຫື່ອແຮງສະຕິປັນຍາທັງໝົດເຂົ້າໃນການກໍ່ສ້າງນັກສຶກສາຢູ່ຫ້ອງນີ້. ເພິ່ນໄດ້ວາງແຜນບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແລະແຜນການສິດສອນດ້ວຍຕົນເອງ, ເອົາໃຈໃສ່ການສ້າງຫຼັກສູດພ້ອມທັງສອນດ້ວຍຕົນເອງ. ແຕ່ລະມື້, ເພິ່ນໄປຫ້ອງການແຕ່ເຊົ້າໆຖືກກັບໂມງເວລາແລ້ວເຮັດວຽກຄົ້ນຄວ້າວິທະຍາສາດແລະການສິດສອນໝົດມື້.

 



“ຖ້າວ່າຢູ່ໃນipodຂອງເຈົ້າໄດ້ເຊັບເພງຈຳນວນໝື່ນເພງໄວ້, ສົມມຸດວ່າ ເປີດເພງໜຶ່ງໃຊ້ເວລາ1ນາທີ, ຄັນຊັ້ນ ຖ້າຢາກຟັງເພງທີ່ໄດ້ຟັງຜ່ານມານັ້ນຄືນໃໝ່ອີກເທື່ອໜຶ່ງຈະໃຊ້ເວລາດົນປານໃດ?”, “ຍິງຊາຍຄວນເລືອກຄູ່ນັດພົບຄືແນວໃດ ອັດຕາການສຳເລັດຜົນຈຶ່ງຈະສູງສຸດ?” ຄຳຖາມເຫຼົ່ານີ້ແມ່ນມາຈາກຊົ່ວໂມງວິຊາຄະນິດສາດດ້ານຄອມພິວເຕີປະຍຸກ, ທ່ານຢາວຊີຈື້ມັກຈະອະທິບາຍບົດຮຽນໃຫ້ນັກສຶກສາໂດຍຍົກເອົາຕົວຢ່າງໃນຊີວິດປະຈຳວັນຄືແບບນີ້ມາອ້າງອີງ.

 

ມີນັກສຶກສາໄດ້ຫວນຄືນສະພາບການສິດສອນຢູ່ໃນຫ້ອງຮຽນຂອງທ່ານຢາວຊີຈື້ວ່າ: ເຖິງຈະຮູ້ແຕ່ຕົ້ນແລ້ວວ່າ ວິທີຂອງນັກສຶກສາແມ່ນຜິດແລ້ວ, ແຕ່ເພິ່ນກໍບໍ່ໄດ້ຕັດຄວາມ,ຫາກແມ່ນສົ່ງເສີມໃຫ້ນັກສຶກສາອະທິບາຍຕໍ່ ຈົນກວ່າເຂົາເຈົ້າຈະພົບຄວາມຜິດດ້ວຍຕົນເອງ. ມີນັກສຶກສາບອກໃຫ້ຮູ້ວ່າ: ເພິ່ນຄືວ່າບໍ່ເຄີຍຕຳໜິພວກເຮົາຈັກເທື່ອ, ໄດ້ແຕ່ໃຫ້ກຳລັງໃຈເທື່ອແລ້ວເທື່ອອີກ.”

 

ບາງຄົນເຫັນວ່າ: “ນັກຮຽນນັກສຶກສາຈີນຂາດຄວາມສາມາດປະດິດສ້າງ,” ແຕ່ທ່ານຢາວຊີຈື້ຊ້ຳພັດເຫັນວ່າ ປະຖົມແລະມັດທະຍົມສຶກສາຂອງຈີນແມ່ນມີຄວາມສຳເລັດຜົນ, ຄວາມສາມາດດ້ານການປະດິດສ້າງຂອງນັກຮຽນນັກສຶກສາຈີນເດັດຂາດບໍ່ໄດ້ນ້ອຍໜ້າຜູ້ໃດ. ເພິ່ນໄດ້ຍົກຕົວຢ່າງ, ມີນັກສຶກສາສອງຄົນມາຈາກ“ຫ້ອງຢາວ”ໄດ້ໄປສຶກສາຢູ່ມະຫາວິທະຍາໄລປຣິນສຕັນອາເມຣິກາ, ສາດສະດາຈານຕ່າງປະເທດຍ້ອງຍໍວ່າ “ນັກສຶກສາຂອງພວກທ່ານມີຄຸນນະພາບດີຫຼາຍ, ສະຫຼາດກ່ອນຂ້າພະເຈົ້າອີກ.”

 

ໄປຄຽງຄູ່ກັບການຄົ້ນຄວ້າປັນຍາປະດິດນັບມື້ນັບພັດທະນາຟົດຟື້ນຂຶ້ນ, ທ່ານຢາວຊີຈື້ຍັງໄດ້ສ້າງຕັ້ງ “ຫ້ອງປັນຍາປະດິດຊິງຮວາ” ຂຶ້ນຕື່ມຢູ່ມະຫາວິທະຍາໄລຊິງຮວາ ແລະ ປະກາດຮັບເອົານັກສຶກສາເລີ່ມແຕ່ປີ2019ເປັນຕົ້ນໄປ. ໃນປີ2021, “ຫ້ອງຂໍ້ມູນຂ່າວສານກວນຕຳ”(quantum information)ມະຫາວິທະຍາໄລຊິງຮວາໄດ້ເລີ່ມຮັບນັກສຶກສາຢ່າງເປັນທາງການພາຍໃຕ້ການນຳພາຂອງທ່ານຢາວຊີຈື້.

 



ບໍ່ພຽງແຕ່ເທົ່ານັ້ນ, ທ່ານຢາວຊີຈື້ຍັງໄດ້ນຳພາສ້າງຕັ້ງສູນຄົ້ນຄວ້າວິທະຍາສາດຄອມພິວເຕີທາງທິດສະດີ, ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານປະສົມວິຊາ, ສູນຂໍ້ມູນຂ່າວສານກວນຕຳ.  ໃນນີ້, ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານປະສົມວິຊາເປັນສະຖາບັນການສຶກສາແລະຄົ້ນຄວ້າວິທະຍາສາດທີ່ສຸມໃສ່ການຄົ້ນຄວ້າວິທະຍາສາດຂໍ້ມູນຂ່າວສານປະສົມວິຊາແຫ່ງທຳອິດຂອງຈີນ.

 

 ເດືອນເມສາປີ2024, ວິທະຍາໄລປັນຍາປະດິດມະຫາວິທະຍາໄລຊິງຮວາໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ທ່ານຢາວຊີຈື້ເປັນອະທິການບໍດີຄົນທຳອິດ, ເພິ່ນຍັງຫ້າວຫັນເຮັດວຽກຢູ່ແຖວໜ້າແຫ່ງການຄົ້ນຄວ້າວິທະຍາສາດແລະການສິດສອນໂດຍຮັກສາອຸດົມການແຕ່ຫົວທີທີ່ເດີນທາງກັບຄືນປະເທດຊາດເພື່ອເຮັດວຽກການສຶກສາ.

 

ທ່ານຢາວຊີຈື້ເຄີຍບອກຄວາມມຸ່ງຫວັງໃຫຍ່ທີ່ສຸດຂອງຕົນວ່າ: “ຂ້າພະເຈົ້າຫວັງວ່າຈະເຮັດວຽກຕະຫຼອດໄປຈົນກວ່າໃນໝູ່ລູກສິດຂອງຂ້າພະເຈົ້າມີຜູ້ໃດຜູ້ໜຶ່ງໄດ້ຮັບລາງວັນຕູຣິງ”. ຫຼັງຈາກໄດ້ຮັບຈົດໝາຍຕອບຄືນຈາກທ່ານສີຈິ້ນຜິງ ປະທານປະເທດເທື່ອນີ້ແລ້ວ, ເພິ່ນບອກໃຫ້ຮູ້ວ່າ: “ການທີ່ສາມາດປະກອບເຫື່ອແຮງໜ້ອຍໜຶ່ງເຂົ້າໃນພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະເທດຊາດນັ້ນ ເປັນຜົນສຳເລັດທີ່ເອກອ້າງທະນົງໃຈຂອງຂ້າພະເຈົ້າ ທັງເປັນກຽດສູງສຸດຊົ່ວຊີວິດຂອງຂ້າພະເຈົ້າ”

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ