ການວາງແຜນການລວມລະດັບຊາດກ່ຽວກັບການລ້ຽງດູຍາມຊະລາຢູ່ຊົນນະບົດສະບັບທໍາອິດເຮັດໃຫ້ຜູ້ອາຍຸສູງມີຊີວິດທີ່ມີຄວາມສຸກ

2024-06-14 14:32:15 CRI

 

   ວັນທີ 13 ມິຖຸນານີ້, “ຄໍາເຫັນຊີ້ນໍາກ່ຽວກັບການເລັ່ງລັດພັດທະນາການບໍລິການລ້ຽງດູຍາມຊະລາຢູ່ຊົນນະບົດ” ທີ່ສະເໜີໂດຍກະຊວງວຽກງານປະຊາສົງເຄາະຈີນພ້ອມດ້ວຍ 21 ພາກສ່ວນນັ້ນໄດ້ເປີດເຜີຍຕໍ່ມວນຊົນ. ນີ້ເປັນການວາງແຜນການລະດັບຊາດກ່ຽວກັບການພັດທະນາການບໍລິການລ້ຽງດູຍາມຊະລາຢູ່ຊົນນະບົດສະບັບທໍາອິດທີ່ວາງແຜນໃນດ້ານລວມ ແລະ ເປັນລະບົບ.



   ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ອອກຄໍາຊີ້ນໍາອັນສໍາຄັນຕ່າງໆ ເພື່ອວາງແຜນກ່ຽວກັບການພັດທະນາວຽກງານຜູ້ອາຍຸສູງ ແລະ ການສ້າງລະບົບການລ້ຽງດູຍາມຊະລາແຫ່ງຊາດ, ໂດຍໄດ້ຊີ້ໃຫ້ເຫັນວ່າຄວນ “ໃຫ້ຜູ້ອາຍຸສູງທັງໝົດລ້ວນແຕ່ມີຍາມຊະລາທີ່ມີຄວາມສຸກ”.


   ທ່ານ ສີຈິ້ນຜິງ ກ່າວວ່າ: “ການເຄົາລົບ ແລະ ຮັກຜູ້ອາຍຸສູງເປັນມູນເຊື້ອ ແລະ ຄຸນສົມບັດອັນດີງາມຂອງປະຊາຊາດຈີນ.” “ສັງຄົມໃດໜຶ່ງມີຄວາມສຸກ ຫຼື ບໍ່ມີຄວາມສຸກນັ້ນ, ປັດໄຈສໍາຄັນອັນໜຶ່ງແມ່ນຕ້ອງເບິ່ງວ່າຜູ້ອາຍຸສູງມີຄວາມສຸກຫຼືບໍ່.”



   ຄຽງຄູ່ກັບແຜນການລວມສະບັບນີ້ໄດ້ຮັບການຈັດຕັ້ງປະຕິບັດ, ທົ່ວສັງຄົມ ສຸມຄວາມພະຍາຍາມຮ່ວມກັນ, ຈະເຮັດໃຫ້ລະບົບການລ້ຽງດູຍາມຊະລານັບມື້ນັບມີຄວາມສົມບູນແບບຫຼາຍຂຶ້ນ, ທັງຈະເຮັດໃຫ້ຜູ້ອາຍຸສູງນັບມື້ນັບມີຄວາມສຸກຫຼາຍຂຶ້ນຕື່ມອີກ.