ກອງປະຊຸມສຸດຍອດກຸ່ມ G7 ຈັດຂຶ້ນໃນທ່າມກາງສຽງປະທ້ວງ

2024-06-14 15:06:25 cri


ວັນທີ 13 ມິຖຸນານີ້, ກອງປະຊຸມສຸດຍອດກຸ່ມ 7 ປະເທດ ຫຼື G7 ໄດ້ຈັດຂຶ້ນຢູ່ນະຄອນຟາຊາໂນເຂດໃຫຍ່ພູເລຍທາງພາກໃຕ້ປະເທດອິຕາລີ. ມື້ດຽວກັນ, ຢູ່ອ້ອມແອ້ມບ່ອນຈັດກອງປະຊຸມໄດ້ເກີດມີການຈັດກິດຈະກຳປະທ້ວງຫຼາຍຄັ້ງ.


ກອງປະຊຸມສຸດຍອດຄັ້ງນີ້ຕົ້ນຕໍໄດ້ດຳເນີນການເປິກສາຫາລືກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ສະຖານະການເຂດກາຊາ, ການປ່ຽນແປງຂອງດິນຟ້າອາກາດ, AI ແລະອື່ນໆ. ນອກຈາກຜູ້ນຳຂອງກຸ່ມ G7 ແລ້ວ, ຍັງມີຜູ້ນຳຈາກສິບກວ່າປະເທດແລະອົງການຈັດຕັ້ງສາກົນເຂົ້າຮ່ວມກອງປະຊຸມຕາມການເຊື້ອເຊີນ.


ກອງປະຊຸມສຸດຍອດຄັ້ງນີ້ຈະສິ້ນສຸດລົງໃນວັນທີ 15 ມິຖຸນານີ້.