ຈີນເຕືອນໃຫ້ຝ່າຍເອີຣົບຈົ່ງດັດແກ້ການກະທຳທີ່ຜິດພາດໃນທັນທີກ່ຽວກັບເລື່ອງທີ່ສະຫະພາບເອີຣົບຈະເພີ່ມພາສີນຳເຂົ້າລົດພະລັງງານໄຟຟ້າຈາກຈີນ

2024-06-14 15:20:06 cri

      ໂດຍແນໃສ່ເລື່ອງທີ່ສະຫະພາບເອີຣົບຈະເພີ່ມພາສີນຳເຂົ້າລົດພະລັງງານໄຟຟ້າຈາກຈີນເປັນການຊົ່ວຄາວ, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 13 ມິຖຸນານີ້, ທ່ານ ລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຮຽກຮ້ອງໃຫ້ຝ່າຍເອີຣົບຈົ່ງຮັບຟັງສຽງພາວະວິໄສແລະສົມເຫດສົມຜົນຈາກວົງການຕ່າງໆຢ່າງຕັ້ງອົກຕັ້ງໃຈ,ດັດແກ້ການກະທຳທີ່ຜິດພາດໃນທັນທີ,ຢຸດຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ,ແກ້ໄຂຂໍ້ຂັດແຍ້ງດ້ານເສດຖະກິດການຄ້າຢ່າງເໝາະສົມໂດຍຜ່ານການສົນທະນາແລະການເປິກສາຫາລື ເພື່ອຫຼີກເວັ້ນບໍ່ໃຫ້ທຳລາຍຄວາມໄວ້ເນື້ອເຊື່ອໃຈກັນ,ການສົນທະນາແລະການຮ່ວມມືລະຫວ່າງຈີນ-ເອີຣົບ.