ວັນທີ 13 ມິຖຸນານີ້, ການສົນທະນາລະຫວ່າງເຈົ້າໜ້າທີ່ແລະພົນລະເຮືອນຈີນ-ອາເມຣິກາຄັ້ງທີ 2 ທີ່ມີຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະສະມາຄົມອາຊີຂອງອາເມຣິກາເປັນເຈົ້າພາບຮ່ວມໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເລິກເຊິ່ງ ແລະມີລັກສະນະສ້າງສັນໂດຍປິ່ນອ້ອມຫົວຂໍ້ທີ່ວ່າ“ສຸມໃສ່ຫົວຂໍ້ທີ່ເປັນຂໍກະແຈ ແລະຮີບດ່ວນ, ເພີ່ມທະວີການສົນທະນາ ການແລກປ່ຽນ ແລະການຮ່ວມມື”. ຜູ້ແທນທີ່ມາຈາກກະຊວງແລະຄະນະກຳມະການທີ່ກ່ຽວຂ້ອງ ອົງການປົກຄອງທ້ອງຖິ່ນ ມະຫາວິທະຍາໄລ ແລະຄັງປັນຍາຂອງຈີນ ພ້ອມທັງທ່ານຊັນຕັນ ປະທານຮ່ວມຂອງສະພາມົນຕີສະມາຄົມອາຊີຂອງອາເມຣິກາ ແລະທ່ານອື່ນໆທັງໝົດປະມານ 30 ທ່ານໄດ້ເຂົ້າຮ່ວມການສົນທະນາຄັ້ງນີ້.
ສອງຝ່າຍເຫັນວ່າ: ການພົວພັນລະຫວ່າງຈີນ-ອາເມຣິກາຂະຫຍາຍໄປຂ້າງໜ້າຢ່າງໝັ້ນທ່ຽງນັ້ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນສອງຊາດ, ຍັງສອດຄ່ອງກັບຄວາມມຸ້ງມາດປາຖະໜາໂດຍທົ່ວໄປຂອງປະຊາຄົມໂລກ. ສອງຝ່າຍເຫັນດີຈະສືບຕໍ່ລົງເລິກການສົນທະນາ ແລະການແລກປ່ຽນ, ທຳຄວາມພະຍາຍາມເພື່ອຊຸກຍູ້ການພົວພັນລະຫວ່າງຈີນ-ອາເມຣິກາໃຫ້ຂະຫຍາຍໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະປອດໃສ.