ເກີດເຫດປະຊາຊົນຖືກສານພິດແຂວງຈາວາຕາເວັນຕົກອິນໂດເນເຊຍ ມີຜູ້ເສຍຊີວິດ 2 ຄົນ

2024-06-14 15:04:17 cri

ວັນທີ 13 ມິຖຸນານີ້, ເຈົ້າໜ້າທີ່ເມືອງຊູຄາບູມີແຂວງຈາວາຕາເວັນຕົກອິນໂດເນເຊຍກ່າວວ່າ, ປະຊາຊົນຈຳນວນໜຶ່ງຂອງເມືອງດັ່ງກ່າວຖືກສານພິດພາຍຫຼັງເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງງານໜຶ່ງທີ່ຈັດຂຶ້ນໃນ ວັນທີ 9 ມິຖຸນານີ້, ນັບມາຮອດປັດຈຸບັນ, ຜູ້ຖືກສານພິດໄດ້ເພີ່ມຂຶ້ນເຖິງ 192 ຄົນ, ໃນນັ້ນ, ມີຜູ້ເສຍຊີວິດ 2 ຄົນໃນວັນທີ 12 ມິຖຸນານີ້, ແລະກຳລັງປິ່ນປົວຢູ່ 72 ຄົນ.


ປັດຈຸບັນ, ສາເຫດທີ່ພາໃຫ້ຖືກສານພິດຍັງບໍ່ທັນຮູ້ລະອຽດເທື່ອ, ພາກສ່ວນສາທາລະນະສຸກແຂວງຈາວາຕາເວັນຕົກກຳລັງດຳເນີນການວິໄຈທາງການແພດກ່ຽວກັບພະຍາດແພ່ລະບາດ.