ພິທີມອບຮັບສູນຄວບຄຸມພະຍາດແລະສູນອົບຮົມແພດໝໍແລະພະຍາບານທີ່ຈີນຊ່ວຍເຫຼືອມຽນມາຈັດຂຶ້ນຢູ່ນະຄອນຫຼວງເນປີດໍ

2024-06-14 15:21:14 cri

      ວັນທີ 13 ມິຖຸນານີ້, ພິທີມອບຮັບສູນຄວບຄຸມພະຍາດແລະສູນອົບຮົມແພດໝໍແລະພະຍາບານແຫ່ງຊາດທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍຂອງມຽນມາ.

      ເນື້ອທີ່ຂອງສູນຄວບຄຸມພະຍາດທີ່ຈີນຊ່ວຍເຫຼືອມຽນມາມີ 40.000ຕາແມັດ,ເນື້ອທີ່ກໍ່ສ້າງແມ່ນ 18.000 ຕາແມັດ,ລວມທັງອາຄານສູນຄວບຄຸມພະຍາດ,ອາຄານສູນອົບຮົມແພດໝໍແລະພະຍາບານ,ອາຄານບໍລິຫານງານແລະຫ້ອງທົດລອງຊັ້ນ 3 ທີ່ປ້ອງກັນຄວາມປອດໄພດ້ານຊີວະພາບພຽງແຫ່ງດຽວ.