ການຄ້າກັບຕ່າງປະເທດຂອງຈີນກ້າວໄປສູ່ “ພະລັງງານໃໝ່” ບໍ່ຢ້ານສິ່ງທ້າທາຍ

2024-06-14 15:35:28 CRI


ວັນທີ 11 ມິຖຸນານີ້, ສະຫະພັນຂໍ້ມູນຕະຫຼາດລົດໂດຍສານຈີນໄດ້ປະກາດຕົວເລກໂດຍສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນ ຫາ ເດືອນພຶສະພາປີ 2024 ນີ້, ປະລິມານການສົ່ງອອກລົດຍົນຂອງຈີນມີເຖິງ 2.45 ລ້ານຄັນ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ລົດພະລັງງານໃໝ່ໄດ້ສົ່ງອອກໄປໃຫ້ຕ່າງປະເທດຢ່າງບໍ່ຢຸດຢັ້ງ, ນີ້ໄດ້ກາຍເປັນແຮງຂັບເຄື່ອນສຳຄັນທີ່ຊຸກຍູ້ການເຕີບໂຕຂອງການຄ້າກັບຕ່າງປະເທດຂອງຈີນ.


ຂໍ້ມູນທາງການຂອງຈີນສະແດງໃຫ້ເຫັນວ່າ, ໃນ 5 ເດືອນຕົ້ນປີນີ້, ມູນຄ່າການຄ້ານຳເຂົ້າ ແລະ ສົ່ງອອກຂອງຈີນມີເຖິງ 17,500 ຕື້ຢວນ, ເພີ່ມຂຶ້ນ 6.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສິ່ງທີ່ໜ້າສົນໃຈນັ້ນກໍຄື, ຈັງຫວະການເຕີບໂຕຂອງການນຳເຂົ້າ ແລະ ສົ່ງອອກໃນເດືອນພຶດສະພາຜ່ານມາມີເຖິງ 8.6%, ເພີ່ມຂຶ້ນ 0.6%ເມື່ອທຽບໃສ່ເດືອນເມສາປີ 2024ນີ້, ເຊິ່ງສະແດງໃຫ້ເຫັນວ່າ, ວິສາຫະກິດຈີນຕັ້ງໜ້າເປີດກວ້າງຕະຫຼາດຕ່າງປະເທດ ເຊິ່ງໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ, ແລະກໍສ່ອງແສງເຖິງຄວາມເຂັ້ມແຂງຂອງເສດຖະກິດຈີນ.



ນອກຈາກທ່ວງທ່າທີ່ດີຂຶ້ນໂດຍລວມນັ້ນຍັງໄດ້ສືບຕໍ່ຮັບການປັບປຸງຂຶ້ນຢ່າງຕໍ່ເນື່ອງ, ການຄ້າກັບຕ່າງປະເທດຂອງຈີນຍັງມີທ່ວງທ່າການສົ່ງອອກທີ່ຫັນເປັນເຕັກໂນໂລຊີຂັ້ນສູງ, ຫັນເປັນອັດສະລິຍະ ແລະ ຫັນເປັນແບບສີຂຽວ. ໃນ 5 ເດືອນຕົ້ນປີ 2024 ນີ້, ການຄ້າສິນຄ້າສົ່ງອອກຂອງຈີນໄດ້ເພີ່ມຂຶ້ນ 6.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ, ໃນນັ້ນ ຜະລິດຕະພັນກົນຈັກ ແລະເຄື່ອງໄຟຟ້າທີ່ມີເຕັກໂນໂລຊີສູງ ແລະ ມີມູນຄ່າເພີ່ມສູງນັ້ນ ໄດ້ກວມເອົາເກືອບ 60%ຂອງສິນຄ້າສົ່ງອອກທັງໝົດ. ປະລິມານສົ່ງອອກເຮືອກຳປັ່ນ, ລົດພະລັງງານໄຟຟ້າ, ເຄື່ອງໄຟຟ້າໃຊ້ໃນຄົວເຮືອນ, ແລະ ແຜງວົງຈອນລວມ ຫຼື IC ຕ່າງໄດ້ເພີ່ມຂຶ້ນ 100.1%, 26.3%, 17.8% ແລະ 25.5% ຕາມລຳດັບ.


ໃນຄວາມເປັນຈິງແລ້ວ, ຈີນບໍ່ພຽງແຕ່ໄດ້ສະໜອງຜະລິດຕະພັນພະລັງງານໃໝ່ໃຫ້ແກ່ໂລກເທົ່ານັ້ນ, ຍັງໄດ້ແບ່ງປັນໂອກາດໃໝ່ ແລະ ຕະຫຼາດໃຫຍ່ກັບໂລກຕື່ມອີກ. ຂໍ້ມູນສະແດງໃຫ້ເຫັນວ່າ, ໃນ 5 ເດືອນຕົ້ນປີ 2024 ນີ້, ການຄ້າສິນຄ້ານຳເຂົ້າຂອງຈີນໄດ້ເພີ່ມຂຶ້ນ 6.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ, ຂະໜາດການນຳເຂົ້າໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ.


ສື່ມວນຊົນສາກົນຫຼາຍແຫ່ງຊີ້ອອກວ່າ, ຈີນມີປະລິມານເສດຖະກິດອັນໃຫຍ່ຫຼວງ, ມີລະບົບນິເວດອຸດສາຫະກຳທີ່ສົມບູນ, ກຸ່ມຄົນລາຍຮັບປານກາງໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນຕະຫຼາດທີ່ນັກລົງທຶນຕ່າງປະເທດບໍ່ສາມາດຕັດແຍກໄດ້; ຈີນຍັງຄົງເປັນຫົວຈັກສຳຄັນທີ່ຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ.