ທະນາຄານໂລກປັບຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຂອງຈີນໃຫ້ສູງກວ່າເກົ່າ ກະຊວງການຕ່າງປະເທດຈີນໃຫ້ຄຳຕອບວ່າ: ຍິນດີແບ່ງເງິນປັນຜົນຂອງການພັດທະນາທີ່ມີຄຸນນະພາບສູງກັບທົ່ວໂລກ

2024-06-14 15:12:20 cri

 

ວັນທີ 13 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຄຳຕອບກ່ຽວກັບເລື່ອງທີ່ທະນາຄານໂລກໄດ້ປັບຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2024 ໃຫ້ສູງກວ່າເກົ່າໃນກອງປະຊຸມຖະແຫຼງຂ່າວໂດຍກ່າວເນັ້ນວ່າຈີນຍິນດີແບ່ງເງິນປັນເປັນຜົນແລະໂອກາດຂອງການພັດທະນາທີ່ມີຄຸນນະພາບສູງກັບທົ່ວໂລກ, ຮ່ວມກັນຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງໂລກໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

 

ຂ່າວແຈ້ງວ່າ: ຫວ່າງກ່ອນນີ້ບໍ່ດົນ, ທະນາຄານໂລກໄດ້ເຜີຍແຜ່ “ການຈ້ອງມອງເບິ່ງເສດຖະກິດທົ່ວໂລກ” ສະບັບຫຼ້າສຸດ, ເຊິ່ງໄດ້ປັບຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຂອງຈີນໃນປີ 2024 ຈາກ 4,5% ຂຶ້ນເປັນ 4,8%.