ວັນທີ 13 ມິຖຸນານີ້, ຢູ່ແຂວງຈີລີນຂອງຈີນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດຂອງຄະນະກຳມະການສູນກາງພັກກອມມູນິດຈີນໄດ້ພົບປະເຈລະຈາກັບທ່ານລູຫູດ ປານໄຈຕານ ລັດຖະມົນຕີກະຊວງແຜນການອິນໂດເນເຊຍ ທັງເປັນຜູ້ນຳການຮ່ວມມືກັບຈີນຂອງອິນໂດເນເຊຍໃນຂອບກົນໄກການສົນທະນາແລະການຮ່ວມມືລະດັບສູງລະຫວ່າງຈີນ-ອິນໂດເນເຊຍ.
ທ່ານຫວາງຢີ້ກ່າວວ່າ: ປີ 2025 ໜ້ານີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອິນໂດເນເຊຍຄົບຮອບ 75 ປີ. ຈີນຍິນດີຮ່ວມກັນກັບອິນໂດເນເຊຍ, ນຳໃຊ້ເວທີຂອງກົນໄກການສົນທະນາແລະການຮ່ມມືລະດັບສູງລະຫວ່າງຈີນ-ອິນໂດເນເຊຍໃຫ້ດີ, ສືບຕໍ່ລົງເລິກການຮ່ວມມືຍຸດທະສາດຮອບດ້ານ, ສ້າງແບບຢ່າງທີ່ດີລະຫວ່າງປະເທດໃຫຍ່ທີ່ກຳລັງພັດທະນາຢ່າງມີຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດລະດັບສູງ, ມີການຊ່ວຍຊູຍູ້ໜູນກັນດ້ານທ່າແຮງໃນຫຼາຍຂົງເຂດແລະມີການພັດທະນາແບບປະສານງານກັນຢ່າງຮອບດ້ານ.
ທ່ານລູຫູດ ປານໄຈຕານກ່າວວ່າ: ຍິນດີຕັ້ງໜ້າຊຸກຍູ້ໃຫ້ໂຄງຄວາມຄິດ “ຈຸດຕັ້ງທະເລທົ່ວໂລກ” ເຊື່ອມຕໍ່ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງປອດໃສແລະໝັ້ນທ່ຽງ.