ສະຫະພາບເອີຣົບກົດດັນລົດຈີນດ້ວຍການຂຶ້ນອັດຕາພາສີ ແຕ່ເປັນຫຍັງບໍ່ຖືກໃຈຄົນທັງຫຼາຍ?

2024-06-14 14:23:32 cri

ວັນທີ 13 ມິຖຸນານີ້, ໂດຍແນໃສ່ຄະນະກຳມາທິການສະຫະພາບເອີຣົບປະກາດກຽມຈະເກັບພາສີຕ້ານການອຸດໜູນຊົ່ວຄາວສູງສຸດເຖິງ 38,1% ຕໍ່ລົດໃຊ້ພະລັງງານໄຟຟ້າຂອງຈີນ, ຕໍ່ກັບກໍລະນີດັ່ງກ່າວ, ກຸ່ມບໍລິສົດລົດໂວນສະໂວເກິນຂອງເຢຍລະມັນໃຫ້ສຳພາດຕໍ່ CMG ວ່າ: ສິ່ງທີ່ເອີຣົບຕ້ອງການນັ້ນແມ່ນຊຸກຍູ້ອຸດສາຫະກຳຜະລິດລົດໃຫ້ຫັນໄປສູ່ແບບໃຊ້ພະລັງງານໄຟຟ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ຫາກບໍ່ແມ່ນປະຕິບັດລັດທິປົກປ້ອງການຄ້າ.

ທີ່ຈິງແລ້ວ, ນັບແຕ່ຄະນະກຳມາທິການສະຫະພາບເອີຣົບຕົກລົງດຳເນີນການສຳຫຼວດຕ້ານການອຸດໜູນຕໍ່ລົດໃຊ້ພະລັງງານໄຟຟ້າຂອງຈີນໃນເດືອນຕຸລາປີກາຍເປັນຕົ້ນມາ, ພາຍໃນເອີຣົບກໍເກີດມີຄວາມຂັດແຍ້ງກັນຢ່າງໃຫຍ່ຫຼວງ. ເຢຍລະມັນ ແລະ ຮົງກາຣີເປັນຕົ້ນຄັດຄ້ານຢ່າງເດັດດ່ຽວ ແລະ ເຫັນວ່າ: ເຮັດແບບນີ້ຈະເປັນພຽງແຕ່ “ຍົກກ້ອນຫີນມາທັບໃສ່ຕີນຂອງຕົນ” ເທົ່ານັ້ນ. ຈາກຂໍ້ມູນທີ່ໄດ້ເປີດເຜີຍໃນເບື້ອງຕົ້ນຂອງສະຫະພາບເອີຣົບສະແດງໃຫ້ເຫັນວ່າ: ຂໍ້ມູນເຫຼົ່ານີ້ຍັງຂາດຫຼັກອ້າງອີງດ້ານຕົວຈິງແລະກົດໝາຍ. ເບື້ອງຫຼັງມີການໂຕ້ແຍ້ງກັນທີ່ສັບສົນເພື່ອຜົນປະໂຫຍດຂອງຝ່າຍຕ່າງໆຢູ່ພາຍໃນເອີຣົບ ແລະ ກໍມີສ່ວນກ່ຽວຂ້ອງກັບຄວາມຄິດ 3 ຢ່າງຂອງຊາວເອີຣົບຈຳນວນໜຶ່ງ ນັ້ນກໍຄື: ໜຶ່ງ, ແມ່ນຄວາມຄິດທີ່ກົດໜ່ວງການພັດທະນາຂອງຈີນ, ສອງ, ຄວາມຄິດທີ່ຢ້ານການແຂ່ງຂັນຍຸຕິທຳ ແລະ ສາມ, ເຮັດຕາມຄວາມເຫັນຂອງອາເມຣິກາ.

ທີ່ຈິງແລ້ວ, ຈີນແລະເອີຣົບມີຜົນປະໂຫຍດຮ່ວມອັນກວ້າງຂວາງໃນຂົງເຂດອຸດສາຫະກຳລົດໃຊ້ພະລັງງານໃໝ່. ໃນຊຸມປີຜ່ານມາ, ວິສາຫະກິດຜະລິດລົດເອີຣົບຕ່າງໆ ເຊັ່ນ: BMW, ໂວນສະໂວເກິນເປັນຕົ້ນ ລ້ວນແຕ່ໄດ້ເປີດທຸລະກິດລົດໃຊ້ພະລັງງານໃໝ່ຢູ່ຈີນ. ບໍລິສັດ CATL, BYD ແລະ CHANGCHENG ຂອງຈີນກໍໄດ້ລົງທຶນສ້າງໂຮງງານ ຫຼື ກຽມຈະສ້າງໂຮງງານຢູ່ເອີຣົບ. ໂດຍຜ່ານຈາກການແຂ່ງຂັນ ແລະ ການຮ່ວມມືທີ່ດີ, ອຸດສາຫະກຳຜະລິດລົດໃຊ້ພະລັງງານໄຟຟ້າຂອງຈີນ ແລະ ເອີຣົບ ໄດ້ຈໍ່ຕົວຂຶ້ນເປັນສະພາບການເຊື່ອມໂຍງເຂົ້າກັນ ເຊິ່ງມີຜົນດີຊ່ວຍໃຫ້ຍົກກຳລັງແຂ່ງຂັນດ້ານອຸດສາຫະກຳຂອງເອີຣົບໃຫ້ສູງຂຶ້ນ ແລະ ສອດຄ່ອງກັບວິໄສທັດການຫັນມາໃຊ້ພະລັງງານໃໝ່ ແລະ ຫຼຸດການປ່ອຍກາກບອນຂອງເອີຣົບ.


ປະຫວັດສາດໄດ້ພິສູດຫຼາຍເທື່ອແລ້ວວ່າ: ການຂຶ້ນອັດຕາພາສີຈະບໍ່ສາມາດສ້າງສາໃຫ້ຕົນເອງມີກຳລັງແຂ່ງຂັນສູງຂຶ້ນ ແລະ ສົງຄາມການຄ້າຈະບໍ່ມີຝ່າຍຊະນະ.