ຈີນຈະເດັດດ່ຽວຕອບໂຕ້ຄືນການກະທຳເປັນອັນຕະລາຍຂອງຟິລິບປິນທີ່ຍົກລະດັບສະຖານະການໃຫ້ຮ້າຍແຮງຂຶ້ນ

2024-06-15 12:08:18 cri

ຕອນບ່າຍວັນທີ 14 ມິຖຸນານີ້, ພັນເອກພິເສດຈ່າງສ້ຽວກ່າງ ຮອງຫົວໜ້າກົມການຂ່າວກະຊວງປ້ອງກັນປະເທດຈີນ, ໂຄສົກກະຊວງປ້ອງກັນປະເທດຈີນໄດ້ແຈ້ງຂ່າວກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການທະຫານທີ່ເກີດຂຶ້ນໃນຫວ່າງມໍ່ໆມານີ້.

ກ່ຽວກັບການກະທຳເປັນອັນຕະລາຍຂອງຟິລິບປິນທີ່ຍົກລະດັບສະຖານະການໃຫ້ຮ້າຍແຮງຂຶ້ນ, ທ່ານຈ່າງສ້ຽວກ່າງຢືນຢັນວ່າ: ໝູ່ເກາະນານຊ່າຢູ່ເຂດທະເລຈີນໃຕ້ ເຊິ່ງລວມທັງຫາດຕື້ນເຢີນອ້າຍ ແລະ ຫາດຕື້ນຊ່ຽນປິ່ນ ລ້ວນແຕ່ແມ່ນຜືນແຜ່ນດິນຂອງຈີນ, ຈີນມີຄວາມຊອບທຳແລະສົມເຫດສົມຜົນໃນການປົກປ້ອງສິດແລະປະຕິບັດກົດໝາຍຢູ່ເຂດທະເລທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ, ຈີນໄດ້ຢ້ຳຄືນຫຼັກການແລະຈຸດຢືນຕໍ່ກັບເລື່ອງນີ້ມາຫຼາຍຄັ້ງແລ້ວ. ໃນຄວາມເປັນຈິງແລ້ວ, ແມ່ນຝ່າຍຟິລິບປິນໄດ້ລະເມີດຄຳໝັ້ນສັນຍາໃນບັນຫາຫາດຕື້ນເຢີນອ້າຍ ແລະ ປັ້ນແຕ່ງເຜີຍແຜ່ຂ່າວປອມກ່ຽວກັບຫາດຕື້ນຊ່ຽນປິ່ນ, ເຈດຕະນາຢາກປິດບັງການກະທຳຂອງຕົນໃນການລ່ວງລ້ຳສິດແລະທ້າທາຍເກາະຜິດ, ຟິລິບປິນຈິ່ງແມ່ນຜູ້ທຳລາຍສັນຕິພາບແລະຜູ້ກໍ່ຄວາມບໍ່ສະຫງົບຕົວຈິງຢູ່ໃນພາກພື້ນ, ຈີນໄດ້ຮັກສາຄວາມລະມັດລະວັງໃນລະດັບສູງຢ່າງສະເໝີຕົ້ນສະເໝີປາຍ, ຈະສືບຕໍ່ນຳໃຊ້ມາດຕະການທີ່ຈຳເປັນທຸກຢ່າງ ເພື່ອຕອບໂຕ້ຄືນການກະທຳເປັນອັນຕະລາຍຂອງຟິລິບປິນທີ່ຍົກລະດັບສະຖານະການໃຫ້ຮ້າຍແຮງຂຶ້ນຢ່າງເດັດດ່ຽວ.