CIA ຂອງອາເມຣິກາພວມວາງແຜນສ້າງປະເທດໃໝ່ບໍ?

2024-06-15 16:20:11 cri

ວັນທີ 13 ມິຖຸນານີ້, ສື່ມວນຊົນອິນເດຍພິມບົດຄວາມ ໂດຍສະແດງຄວາມສົງໄສຕໍ່ CIA ຂອງອາເມຣິກາພວມວາງແຜນອູ້ມຊູຍູ້ໜູນການສ້າງປະເທດສາສະໜາຄຣິສະຕຽນຢູ່ບັງກລາເດັດ, ມຽນມາ ແລະ ພາກຕາເວັນອອກສຽງເໜືອອິນເດຍ.


ອີງຕາມການລາຍງານຂ່າວຂອງສື່ມວນຊົນບັງກລາເດັດໃຫ້ຮູ້ວ່າ, ທ້າຍເດືອນພຶດສະພາຜ່ານມາ, ທ່ານນາງເຊັກ ຮາຊີນາ ນາຍົກລັດຖະມົນຕີບັງກລາເດັດເປີດເຜີຍຢ່າງກະທັນຫັນວ່າ: ເຄີຍມີຊາວຜິວຂາວສະເໜີຕໍ່ຕົນວ່າ, ຂໍພຽງແຕ່ຕົນເຫັນດີປະເທດໃດໜຶ່ງສ້າງຖານທັບອາກາດໃໝ່ແຫ່ງໜຶ່ງຢູ່ບັງກລາເດັດ ກໍຈະບໍ່ຫາເລື່ອງໃສ່ຕົນໃນການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນທີ 7 ມັງກອນປີນີ້, ແຕ່ຕົນບໍ່ເຫັນດີນຳ. ທ່ານນາງເຊັກ ຮາຊີນາກ່າວຕື່ມວ່າ: ມີຄົນພວມວາງກົນອຸບາຍຢ່າງໜຶ່ງ ຄື ຂີດແບ່ງດິນແດນຕອນໜຶ່ງລະຫວ່າງບັງກລາເດັດແລະມຽນມາ ເພື່ອສ້າງຕັ້ງປະເທດຄຣິສະຕຽນ ທີ່ຄ້າຍຄືກັນກັບຕີມໍແລັດສະເຕ.


ບົດວິເຄາະຂອງໜັງສືພິມບັນທຶກເຫດການໂກອາຂອງອິນເດຍລະບຸວ່າ: ມີຄົນຈຳນວນບໍ່ໜ້ອຍຄາດເດົາວ່າ: ຊາວຜິວຂາວທີ່ທ່ານນາງເຊັກ ຮາຊີນາເວົ້າເຖິງນັ້ນແມ່ນຊາວອາເມຣິກາ ເພາະວ່າອາເມຣິກາພວມເລັງສາຍຕາໃສ່ເກາະຊັນມາຕິນ ທີ່ມີຄວາມໝາຍທາງຍຸດທະສາດຢູ່ອ່າວບັງກລາເດັດ ແລະ ເຄີຍມີຂ່າວລືວ່າ: ຊາວອາເມຣິກາຖືເອົາການຄວບຄຸມເກາະດັ່ງກ່າວ ເປັນເງື່ອນໄຂແລກປ່ຽນການສະໜັບສະໜູນທ່ານນາງເຊັກ ຮາຊີນາ ແລະ ພັກສະຫະພັນປະຊາຊົນບັງກລາເດັດທີ່ນຳພາໂດຍທ່ານ. “ໜັງສືພິມບັນທຶກເຫດການໂກອາ” ເຫັນວ່າ: ເຖິງວ່າຖ້ອຍຄຳຂອງທ່ານນາງເຊັກ ຮາຊີນາໄດ້ສຸມໃສ່ບັງກລາເດັດ ແລະ ມຽນມາກໍຕາມ, ແຕ່ລັດມານີພົວຂອງອິນເດຍພວມເກີດການປັ່ນປ່ວນໃນປັດຈຸບັນ ເຊິ່ງກໍເປັນການເຕືອນຄວາມໝັ້ນຄົງໃນວົງກວ້າງອອກໄປຫຼາຍກວ່າໃຫ້ແກ່ຄົນທັງຫຼາຍ. ໜັງສືພິມດັ່ງກ່າວເຫັນວ່າ: ຊາວຄູກີ, ຊາວຊິນ ແລະ ຊາວມີໂຈມີວັດທະນະທຳ ແລະ ສາຍພານທາງສາສະໜາທີ່ຄ້າຍຄືກັນ ແລະ ກໍພວມສະແຫວງຫາການປົກຄອງຕົນເອງໂດຍມີສິດຫຼາຍກວ່າເກົ່າ, ປະເທດຄຣິສະຕຽນທີ່ເປັນເອກະພາບ ຈະມີແຮງດຶງດູດອ່າວແຂງແຮງຕໍ່ພວກເຂົາ ໂດຍສະເພາະຢູ່ເຂດທີ່ມີການພົວພັນທີ່ເຄັ່ງຕຶງລະຫວ່າງຊົນເຜົ່າ ແລະ ເຂດທີ່ເກີດເຫດການໃຊ້ຄວາມຮຸນແຮງເລື້ອຍໆ. ໂຄງຄວາມຄິດດັ່ງກ່າວຈະເປັນສິ່ງທ້າທາຍດ້ານຍຸດທະສາດຕໍ່ອິນເດຍ, ຈະກະທົບກະເທືອນເຖິງຄວາມໝັ້ນຄົງຂອງພາກພື້ນ ແລະ ສົ່ງຜົນເຮັດໃຫ້ກອງກຳລັງໃນທ້ອງຖິ່ນລວມຕົວກັນຄືນໃໝ່.

“ໜັງສືພິມໂພສທີ 1” ຂອງອິນເດຍລາຍງານວ່າ: ອາເມຣິກາແຊກແຊງວຽກງານພາຍໃນຂອງປະເທດໃກ້ຄຽງອິນເດຍ ເຊິ່ງບໍ່ວ່າແມ່ນມຽນມາ ຫຼື ບັງກລາເດັດ, ລ້ວນແຕ່ຈະສ້າງຜົນກະທົບຕໍ່ພາຍນອກ. ອິນເດຍຄຸ້ນເຄີຍກັບເກມການເມືອງພູມີພາກຂອງອາເມຣິກາ, ຈົນເຖິງຊຸມປີ 1970, CIA ຂອງອາເມຣິກາຍັງໄດ້ສະໜອງອາວຸດໃຫ້ແກ່ພວກກໍ່ເຫດການຈະລາຈົນຢູ່ພາກຕາເວັນອອກສຽງເໜືອຂອງອິນເດຍ. “ໜັງສືພິມໂພສທີ 1” ຍັງໄດ້ນຳເອົາຄຳເວົ້າຂອງທ່ານຊາດລົວ ເອຮາເມັດ ຮັນ ຜູ້ນຳພັກສະຫະຫພັນປະຊາຊົນບັງກລາເດັດມາລາຍງານວ່າ: ກອງກຳລັງກະບົດຊາວຄູກີແລະຊາວຊິນຂອງມຽນມາສ່ວນຫຼາຍແມ່ນຜູ້ເຊື່ອຖືສາສະໜາຄຣິສະຕຽນ, ຈະຖືກອິດທິກຳລັງພາຍນອກຄວບຄຸມໂດຍງ່າຍ, ອາເມຣິກາສະໜັບສະໜູນພວກເຂົາ ກໍຈະເປັນພິດໄພແຝງຊ້ອນທີ່ໃຫຍ່ຫຼວງຕໍ່ອິນເດຍ ເພາະວ່າຢູ່ພາກຕາເວັນອອກສຽງເໜືອຂອງອິນເດຍກໍມີຊາວຄຣິສະຕຽນເປັນຈຳນວນຫຼວງຫຼາຍ.