ອາຊຽນຍັງຄົງເປັນບ່ອນທຳອິດທີ່ວິສາຫະກິດຈີນເລືອກໄປບຸກເບີກທຸລະກິດຢູ່ຕ່າງປະເທດ

2024-06-15 10:22:29 cri

ທະນາຄານUOBສາຂາຈີນຈຳກັດໄດ້ເຜີຍແຜ່ບົດລາຍງານການສຳຫຼວດຂອງທະນາຄານUOBກ່ຽວກັບວິໄສທັດການພັດທະນາວິສາຫະກິດຈີນ(ບໍ່ລວມທັງຮົງກົງ,ມາກາວແລະໄຕ້ຫວັນ)ປະຈຳປີ2024ຢູ່ນະຄອນຊຽງໄຮ້ໃນວັນທີ 13 ມິຖຸນານີ້ ເຊິ່ງສະແດງໃຫ້ເຫັນວ່າ: ອາຊຽນຍັງຄົງເປັນບ່ອນທຳອິດທີ່ວິສາຫະກິດຈີນເລືອກໄປບຸກເບີກທຸລະກິດຢູ່ຕ່າງປະເທດ.

  ບົດລາຍງານການສຳຫຼວດຄົ້ນຄວ້າສະແດງໃຫ້ເຫັນວ່າ: ວິສາຫະກິດຈີນທີ່ໃຫ້ສຳພາດກວມປະມານ90%ໄດ້ຢືນຢັນວ່າມີຄວາມສົນໃຈຕໍ່ການບຸກເບີກທຸລະກິດຢູ່ຕ່າງປະເທດ, ປະມານ25%ຢືນຢັນວ່າ ໃນໄລຍະ1-3ປີຕໍ່ໜ້າ, ການບຸກເບີກທຸລະກິດຢູ່ຕ່າງປະເທດເປັນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງວິສາຫະກິດຕົນ. ວິສາຫະກິດຈີນກວມ45%ຢືນຢັນວ່າ ຈະພັດທະນາທຸລະກິດຢູ່ອາຊຽນພາຍໃນ3ປີຕໍ່ໜ້າ, ອາຊຽນຄອງຖານະອັນດັບໜຶ່ງໃນບັນດາຕະຫຼາດຕ່າງປະເທດ.  

    ທະນາຄານUOB ເຊິ່ງເປັນທະນາຄານສຳຄັນຂອງອາຊີທີ່ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປໄດ້ເຜີຍແຜ່ບົດລາຍງານການສຳຫຼວດຂອງທະນາຄານUOBກ່ຽວກັບວິໄສທັດການພັດທະນາວິສາຫະກິດປະຈຳປີເລີ່ມແຕ່ປີ2020ເປັນຕົ້ນມາ, ເປົ້າໝາຍສຳຄັນໃນການສຳຫຼວດຄົ້ນຄວ້າປີນີ້ແມ່ນ ວິໄສທັດເສດຖະກິດ2024 ແລະ ທິດທາງການພັດທະນາໃນອະນາຄົດຂອງວິສາຫະກິດ, ຜູ້ກຳນົດນະໂຍບາຍຫຼືຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຂະໜາດໃຫຍ່ແລະຂະໜາດກາງຢູ່ຈີນເຊິ່ງບໍ່ລວມທັງເຂດຮົງກົງ,ມາກາວແລະໄຕ້ຫວັນໄດ້ເຂົ້າຮ່ວມການໃຫ້ສຳພາດໃນການສຳຫຼວດເທື່ອນີ້.