ມູນຄ່າການຄ້າໃນພາກພື້ນ RCEP ໄດ້ບັນລຸເຖິງ 5,600 ຕື້ໂດລາໃນປີກາຍນີ້

2024-06-15 13:25:19 cri

 

   ວັນທີ 13 ມິຖຸນານີ້, ທ່ານເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ, ພາຍຫຼັງສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ໜຶ່ງປີຜ່ານມາ, ໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືຂອງພາກພື້ນຕື່ມອີກ.

    ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2023, ມູນຄ່າການຄ້າໃນພາກພື້ນ RCEP ໄດ້ບັນລຸເຖິງ 5,600 ຕື້ໂດລາ, ເມື່ອທຽບໃສ່ປີ 2021 ເຊິ່ງເປັນເວລາທີ່ RCEP ຍັງບໍ່ທັນມີຜົນບັງຄັບໃຊ້ນັ້ນໄດ້ເພີ່ມຂຶ້ນຈຳນວນໜຶ່ງ.

    ປີ 2023, ພາກພື້ນ RCEP ໄດ້ດຶງດູດການລົງທຶນດ້ານການກໍ່ສ້າງໃໝ່ມູນຄ່າລວມທັງໝົດ 234.1 ຕື້ໂດລາ, ເພີ່ມຂຶ້ນ 29,8%, ເປັນ 2, 2 ເທົ່າຂອງປີ 2021. ປີ 2023, ມູນຄ່າການຄ້າລະຫວ່າງຈີນກັບ 14 ປະເທດສະມາຊິກ RCEP ໄດ້ບັນລຸເຖິງ 12,600 ຕື້ຢວນ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ປີ 2021. ການລົງທຶນໂດຍກົງທີ່ບໍ່ແມ່ນປະເພດການເງິນຂອງຈີນຕໍ່ປະເທດສະມາຊິກອື່ນໆຂອງ RCEPໃນປີ2023 ໄດ້ບັນລຸເຖິງ 18.06 ຕື້ໂດລາ, ເພີ່ມຂຶ້ນ 26%ເມື່ອທຽບໃສ່ປີ2022, ມູນຄ່ານຳເຂົ້າສິນຄ້າທີ່ໄດ້ຮັບສິດທິພິເສດຈາກ RCEP ຂອງວິສາຫະກິດຈີນໄດ້ບັນລຸເຖິງ 90.52 ຕື້ຢວນ, ໄດ້ຫຼຸດພາສີບັນລຸເຖິງ 2.36 ຕື້ຢວນ.