ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈະຈັດຂຶ້ນຢູ່ຊຽງໄຮ

2024-06-15 10:30:17 cri


ວັນທີ 13 ມິຖຸນານີ້, ທ່ານເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນໃຫ້ຮູ້ວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈະຈັດຂຶ້ນຢູ່ຊຽງໄຮໃນລະຫວ່າງວັນທີ 5-10 ພະຈິກປີນີ້ ເຊິ່ງຈະສືບຕໍ່ຈັດກິດຈະກຳຕ່າງໆ ເຊັ່ນການວາງສະແດງຂອງແຕ່ລະປະເທດ, ການວາງສະແດງວິສາຫະກິດ, ກອງປະຊຸມເວທີເປິກສາຫາລືຫົງສຽວ, ກິດຈະກຳວິຊາການ ແລະ ກິດຈະກຳແລກປ່ຽນວັດທະນະທຳເປັນຕົ້ນ. ປັດຈຸບັນ, ວຽກງານຕ່າງໆພວມດຳເນີນໄປຢ່າງເປັນລະບຽບ.

ທ່ານເຫີຢ້າຕົ່ງກ່າວຕື່ມວ່າ: ວຽກງານເຊື້ອເຊີນປະເທດກິຕິມະສັກແລະປະເທດທີ່ມາເຂົ້າຮ່ວມການວາງສະແດງປີນີ້ມີຄວາມຄືບໜ້າໄວກວ່າທຸກປີທີ່ຜ່ານໄປ, ມີ 30 ກວ່າປະເທດຫຼືອົງການຈັດຕັ້ງສາກົນໄດ້ຢືນຢັນວ່າຈະເຂົ້າຮ່ວມການວາງສະແດງ. ສ່ວນວຽກງານດຶງດູດນັກທຸລະກິດມາເຂົ້າຮ່ວມການວາງສະແດງວິສາຫະກິດກໍມີຄວາມຄືບໜ້າໄວກວ່າປີຜ່ານມາ, ເນື້ອທີ່ການວາງສະແດງທີ່ໄດ້ເຊັນສັນຍາໄປແລ້ວນັ້ນມີເຖິງ 325,000 ຕາແມັດ, ຫຼາຍກວ່າເນື້ອທີ່ຕາມແຜນການ 90%. ວຽກງານດຶງດູດນັກທຸລະກິດມາເຂົ້າຮ່ວມງານໄດ້ເລີ່ມຕົ້ນຢ່າງຮອບດ້ານ ແລະເລີ່ມຮັບສະໝັກຊື່ຂອງຜູ້ເຂົ້າຊົມທັງພາຍໃນແລະຕ່າງປະເທດ.