ຈີນ-ມຽນມາເຊັນສັນຍາໂຄງການກອງທຶນພິເສດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2024

2024-06-15 13:28:09 cri



ວັນທີ 14 ມິຖຸນານີ້, ພິທີເຊັນສັນຍາຮ່ວມມືໂຄງການກອງທຶນພິເສດການຮ່ວມມືແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍປະເທດມຽນມາ. ທ່ານ ເສີນໄຫ ເອກອັກຄະລັດຖະທູດຈີນປະຈຳມຽນມາ ແລະ ທ່ານລະວິນໂອ ຮອງລັດຖະມົນຕີກະຊວງການຕ່າງປະເທດມຽນມາໄດ້ຮ່ວມກັນລົງນາມໃນສັນຍາໂຄງການ.

ທ່ານເສີນໄຫ ກ່າວວ່າ: ການທີ່ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2024ເທື່ອນີ້, ເປັນມາດຕະການສຳຄັນເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງກອງປະຊຸມຜູ້ນຳຄັ້ງທີ 4 ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ທັງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຈີນກັບມຽນມາພາຍຫຼັງສອງປະເທດສ້າງສາຍພົວພັນທາງການທູດເປັນເວລາ 74 ປີມານີ້. ຈີນຍິນດີສືບຕໍ່ຮ່ວມກັບມຽນມາຕັ້ງໜ້າປະຕິບັດໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ດີ, ເຮັດໃຫ້ການຮ່ວມມືສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນມຽນມາ.

12 ໂຄງການທີ່ເຊັນສັນຍາໃນເທື່ອນີ້ຈະສະໜັບສະໜູນມຽນມາພັດທະນາຂົງເຂດກະສິກຳ, ການຫຼຸດຜ່ອນຄວາມທຸກຍາກ,ການຄ້າ, ການປະດິດສ້າງ ແລະຂົງເຂດອື່ນໆເພື່ອປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນມຽນມາໃຫ້ດີຂຶ້ນ.