ຄວາມຮັກແພງລະຫວ່າງພໍ່ກັບລູກ ຈິດໃຈຜູ້ຮັບໃຊ້ປະຊາຊົນ

2024-06-16 15:46:17 cri



    ຢູ່ໃນຫ້ອງວາງສະແດງຂອງອະນຸສອນສະຖານຄະນະພັກເຂດສຸຍເຕີແຂວງສ້ານຊີ່, ມີຕົວໜັງສືແຖວໜຶ່ງທີ່ສະດຸດຕາ: “ນັ່ງລົງຢູ່ຂ້າງປະຊາຊົນຢ່າງຊື່ຕົງ ນີ້ຄືສຳນວນຂອງທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານສີຈິ້ນຜິງເຄີຍກ່າວໄວ້. 

    ບອກສອນແລະເຮັດເປັນແບບຢ່າງໃຫ້ແກ່ລູກ ຍຶດໝັ້ນອຸດົມການແຕ່ຫົວທີຢ່າງສະເໝີຕົ້ນສະເໝີປາຍ.

    ທ່ານສີຈົ້ງຊຸ່ນທີ່ມາຈາກປະຊາຊົນໄດ້ຖືເອົາປະຊາຊົນໄວ້ຢູ່ໃນໃຈສະເໝີ, ປະຕິບັດແນວທາງມະຫາຊົນຕະຫຼອດຊີວິດ. ທຸກຄຳເວົ້າແລະການກະທຳຂອງພໍ່ແມ່ນມີອິດທິພົນອັນເລິກເຊິ່ງຍາວນານຕໍ່ທ່ານສີຈິ້ນຜິງ. ຈາກບ້ານຊົນນະບົດນ້ອຍໆຈົນຮອດສູນກາງພັກ, ຈາກເລຂາໜ່ວຍ ພັກບ້ານຈົນຮອດເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ທ່ານສີຈິ້ນຜິງ ມີຄວາມຫ່ວງໃຍປະເທດຊາດແລະຮັບໃຊ້ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືເອົາຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ອັນດີງາມເປັນ ເປົ້າໝາຍສູ້ຊົນ.

ມາຈາກປະຊາຊົນ, ເພື່ອປະຊາຊົນ, ສ້າງຄວາມສຸກໃຫ້ແກ່ປະຊາຊົນ, ນີ້ຄື ການສືບທອດແລະເສີມຂະຫຍາຍນ້ຳໃຈປະຕິວັດຂອງຊາວກອມມູນິດສອງຮຸ່ນຄົນ.ຄວາມຮັກແພງອັນເລິກເຊິ່ງລະຫວ່າງພໍ່ກັບລູກ .ຈິດໃຈຜູ້ຮັບໃຊ້ປະຊາຊົນອັນແທ້ຈິງ!