ກອງປະຊຸມເວທີເປິກສາຫາລືຊ່ອງແຄບໄຕ້ຫວັນຄັ້ງທີ 16 ຈັດຂຶ້ນຢູ່ນະຄອນເຊ້ຍເມີນ

2024-06-16 11:32:10 CRI

     ກອງປະຊຸມເວທີເປິກສາຫາລືຊ່ອງແຄບໄຕ້ຫວັນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນເຊ້ຍເມີນຂອງຈີນໃນວັນທີ 15 ມິຖຸນານີ້. ທ່ານຫວາງຮູ້ນີງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະກ່າວຄຳປາໄສ.



     ທ່ານຫວາງຮູ້ນີງກ່າວວ່າ: ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນຄວນຖືທ່າທີທີ່ມີຄວາມຮັບຜິດຊອບຕໍ່ປະຫວັດສາດ ແລະປະຊາຊາດຈີນ, ເດັດດ່ຽວຄັດຄ້ານການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ ແລະການແຊກແຊງຈາກພາຍນອກ, ປົກປັກຮັກສາບ້ານເກີດເມືອງນອນຮ່ວມຂອງປະຊາຊາດຈີນຢ່າງເດັດດ່ຽວໜຽວແໜ້ນ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະຄວາມສະຫງົບຂອງຊ່ອງແຄບໄຕ້ຫວັນ, ຮ່ວມກັນຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໃຫ້ກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ. ຫວັງວ່າຊາວໜຸ່ມສອງຝັ່ງຈະໄປມາຫາສູ່ກັນເລື້ອຍໆ ແລກປ່ຽນກັນເລື້ອຍໆ ແລະລົມກັນດ້ວຍຄວາມຈິງໃຈເລື້ອຍໆ, ປະກອບກຳລັງຂອງໄວໜຸ່ມເຂົ້າໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.