ເຈົ້າໜ້າທີ່ປາບປາມຢາເສບຕິດຂອງກຳປູເຈຍ: ຢາເສບຕິດທີ່ປະເທດຕົນຍຶດໄດ້ມີປະມານ 85% ແມ່ນມາຈາກເຂດ “ສາມຫຼ່ຽມຄຳ”

2024-06-16 16:57:31 cri

      ວັນທີ 14 ມິຖຸນານີ້ຕາມເວລາທ້ອງຖິ່ນ, ອົງການຕ້ານແລະປາບປາມຢາເສບຕິດແຫ່ງຊາດກຳປູເຈຍໄດ້ຈູດທຳລາຍຢາເສບຕິດ 4,1 ໂຕນ. ມີເຈົ້າໜ້າທີ່ຊີ້ໃຫ້ເຫັນວ່າ: ໃນຢາເສບຕິດທີ່ປະເທດຕົນຍຶດໄດ້ນັ້ນມີປະມານ 85% ແມ່ນມາຈາກເຂດ “ສາມຫຼ່ຽມຄຳ”,ກຳປູເຈຍພຽງແຕ່ເປັນສະຖານີສົ່ງຕໍ່ຢາເສບຕິດເຫຼົ່ານີ້ໄປຫາປະເທດຝ່າຍທີ 3 ເທົ່ານັ້ນ.

      ຕາມສື່ມວນຊົນກຳປູເຈຍລາຍງານວ່າ: ຢາເສບຕິດ 4,1 ໂຕນທີ່ຈູດທຳລາຍໃນມື້ດັ່ງກ່າວແມ່ນພາກສ່ວນໜຶ່ງຂອງຢາເສບຕິດແລະສານເຄມີຕັ້ງຕົ້ນທີ່ມີນ້ຳໜັກຫຼາຍກວ່າ 7,3 ໂຕນທີ່ຝ່າຍຕຳຫຼວດກຳປູເຈຍຍຶດໄດ້ໃນໄລຍະປີ 2022ຫາຕົ້ນປີ 2024. ສານເຄມີຕັ້ງຕົ້ນຫຼາຍກວ່າ 3 ໂຕນທີ່ເຫຼືອນັ້ນຈະຖືກທຳລາຍໂດຍຜ່ານຮູບແບບທີ່ບໍ່ມີຄວາມອັນຕະລາຍ.