ລົດໄຟ CRH ຂະບວນຟູ້ຊີ່ງໝົດສາຍທາງລົດໄຟຄວາມໄວສູງປັກກິ່ງ-ກວາງໂຈ່ວບັນລຸຄວາມໄວແລ່ນລົດ 350 ກິໂລແມັດຕໍ່ຊົ່ວໂມງ

2024-06-16 15:35:25 CRI

    ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ເວລາ 8 ໂມງຂອງວັນທີ 15ມິຖຸນານີ້, ລົດໄຟ CRH ຂະບວນຟູ້ຊີ່ງຖ້ຽວ G871 ເຊິ່ງເປັນລົດໄຟຖ້ຽວທຳອິດທີ່ແລ່ນດ້ວຍຄວາມໄວ 350 ກິໂລແມັດຕໍ່ໍຊົ່ວໂມງຕາມມາດຖານສູງໄດ້ແລ່ນອອກຈາກສະຖານີອູຮັ້ນ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າເສັ້ນທາງແບບຢ່າງດ້ານຄວາມປອດໄພຕອນນະຄອນອູຮັ້ນ ຫາ ນະຄອນກວາງໂຈ່ວຂອງທາງລົດໄຟຄວາມໄວສູງປັກກິ່ງ-ກວາງໂຈ່ວໄດ້ສ້າງສຳເລັດຢ່າງຮອບດ້ານ, ລົດໄຟ CRHຂະບວນຟູ້ຊີ່ງໝົດສາຍທາງລົດໄຟຄວາມໄວສູງປັກກິ່ງ-ກວາງໂຈ່ວໄດ້ບັນລຸຄວາມໄວແລ່ນລົດ350 ກິໂລແມັດຕໍ່ຊົ່ວໂມງແລ້ວ.


 

    ຜູ້ຮັບຜິດຊອບພະແນກການຂົນສົ່ງຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ທາງລົດໄຟຄວາມໄວສູງປັກກິ່ງ-ກວາງໂຈ່ວຍາວ 2,298 ກິໂລແມັດ ແລ່ນຜ່ານ 6 ແຂວງ ແລະ ກຳແພງນະຄອນ ຄື: ນະຄອນຫຼວງປັກ

ກິ່ງ, ແຂວງເຮີເປີຍ, ແຂວງເຮີນານ, ແຂວງຮູເປີຍ, ແຂວງຮູນານ ແລະ ແຂວງກວາງຕຸ້ງ ເຊິ່ງໄດ້ເຊື່ອມຕໍ່ເຂດປັກກິ່ງ-ທຽນສິນ-ເຮີເປີຍ, ບັນດາຕົວເມືອງພາກກາງ, ບັນດາຕົວເມືອງຍ່ານກາງແມ່ນ້ຳຢາງຊິກຽງ ແລະ ເຂດອ່າວກວາງຕຸ້ງ-ຮົງກົງ-ມາກາວ, ມີຄວາມສຳຄັນທີ່ສຸດ.